Monday, September 23, 2024
Homeຂ່າວກິລາFSG ພ້ອມທຸ່ມເທບໍ່ອັ້ນ ໃຫ້ຄລັອບ ຊອກຊື້ກອງກາງເດືອນມັງກອນ

FSG ພ້ອມທຸ່ມເທບໍ່ອັ້ນ ໃຫ້ຄລັອບ ຊອກຊື້ກອງກາງເດືອນມັງກອນ

ຂ່າວດີສໍາລັບກອງເຊຍບານລີເວີພູລທົ່ວໂລກ ເມື່ອມີລາຍງານຈາກ ລິເວີພູລ ເອັກໂຄ ວ່າ ກຸ່ມ FSG ຫຼື Fenway Sports Group ເຈົ້າຂອງສະໂມສອນລີເວີພູລ ທີມດັງໃນເວທີ ພຣີເມຍລີກ ກຽມທູ່ມເງິນເງິນຈໍານວນມະຫາສານເພື່ອໃຫ້ ເຈີເກນ ຄລັອບ ໄດ້ເສີມທີມໃນແດນກາງໃນຕະຫຼາດຊື້ຂາຍເດືອນມັງກອນນີ້.

ເອັກໂຄ ອ້າງລາຍງານຂ່າວມາຈາກເວັບໄຊ.ຟຸດບອລອິນໄຊເດີ ເປີດເຜີຍວ່າ ເຈົ້າຂອງທີມລີເວີພູລ ເຕັມໃຈທີ່ຈະເຊັນເຊັກຈໍານວນມະຫາສານໃຫ້ກັບຜູ້ຈັດການໃຫຍ່ຊາວເຢຍລະມັນ ໃນການດຶງຕົວກອງກາງທີ່ເຂົາຕ້ອງການມາຮ່ວມທີມ ຫຼັງຈາກທີ່ພວກເຂົາກໍາລັງປະສົບບັນຫານັກເຕະບາດເຈັບໃນແດນກາງຫຼາຍຄົນ ສົ່ງຜົນໃຫ້ຜົນງານໃນໄລຍະເປີດລະດູການ ບໍ່ເປັນໄປຕາມທີ່ຄາດໄວ້. ເຖິງແມ່ນວ່າ ລີເວີພູລ ຈະໄດ້ນັກເຕະໃນແດນໜ້າຢ່າງ ດາວິນ ນູນເຢສ ເຂົ້າມາເສີມທັບ ແຕ່ພວກເຂົາກັບບໍ່ສາມາດດຶງນັກເຕະກອງກາງເຂົ້າມາເພີ່ມໄດ້ທັນໃນຕະຫຼາດລະດູຮ້ອນ ເຮັດໄດ້ພຽງການຢືມ ອາຕູ ເມໂລ ມາຈາກ ຢູເວນຕຸສ ໄດ້ພຽງຄົນດຽວເທົ່ານັ້ນ ໃນຂະນະທີ່ນັກເຕະທີ່ເຫຼືອຢ່າງ ອະເລັກ ອັອກຊ໌ເລດ-ແຊມເບີເລນ, ນາບີ ເກອິຕ້າ ແລະ ເຄີຕິສ ໂຈນ ຍັງຄົງໄດ້ຮັບບາດເຈັບ ບໍ່ສາມາດຊ່ວຍທີມໄດ້.

ລີເວີພູລ ຖືກຈັບເຊື່ອມໂຍງກັບກອງກາງຝີຕີນດີຫຼາຍຄົນໃນໄລຍະທີ່ຜ່ານມາ ແລະ ຄາດກັນວ່າພວກເຂົາຈະເດີນໜ້າເຂົ້າສູ່ຕະຫຼາດຊື້ຂາຍໃນເດືອນມັງກອນຢ່າງເຕັມຕົວ ເພື່ອດຶງນັກເຕະໃນແດນກາງເຂົ້າມາເສີມທັບ. ໂດຍລາຍງານລະບຸວ່າທາງ FSG ນັ້ນ ພ້ອມທີ່ຈະສະໜັບສະໜູນ ເຈີເກນ ຄລັອບ ຢ່າງເຕັມທີ່ ຫາກວ່າເຂົາໄດ້ນັກເຕະທີ່ຕ້ອງການແທ້ໆ.

ສໍາລັບນັກເຕະທີ່ຕົກເປັນຂ່າວກັບທາງ ລິເວີພູລ ປະກອບໄປດ້ວຍ ຈູດ ເບວລິງແຮມ ຈາກ ໂບຣຸສເຊຍ ດອດມຸນ ເຊິ່ງມີຄ່າຕົວສູງເຖິງ 131 ລ້ານປອນ ໃນຂະນະທີ່ ມາເທອຸສ ນູເນສ ກອງກາງຈາກ ວູຟແຮັມຕັນ ກໍກັບມາເປັນຂ່າວກັນອີກຄັ້ງໜຶ່ງ ນອກຈາກນັ້ນ ຍັງມີຊື່ຂອງ ນິໂຄໂລ ບາເຣວລາ ນັກເຕະເປົ້າໝາຍສໍາຄັນຈາກ ອິນເຕີ ມິລານ ເຊິ່ງເປັນທີ່ຊື່ນຊອບຂອງ ເຈີເກນ ຄລັອບ ລວມທັງນັກເຕະຢ່າງ ຄອນຣາດ ໄລເມີ ຂອງ ອາເບ ໄຣຊິກ ແລະ ອິສມາເອລ ເບນນາເຊີ ກອງກາງຈາກ ເອຊີ ມິລານ ກໍມີຊື່ໃນບັນຊີດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments