Monday, September 23, 2024
Homeຂ່າວກິລາສື່ດັງເປີດເຜີຍ ເອັນຄຸນຄູ ກວດຮ່າງກາຍລັບໆ ກຽມຍ້າຍຮ່ວມເຊວຊີ ໃນລະດູຮ້ອນໜ້າ

ສື່ດັງເປີດເຜີຍ ເອັນຄຸນຄູ ກວດຮ່າງກາຍລັບໆ ກຽມຍ້າຍຮ່ວມເຊວຊີ ໃນລະດູຮ້ອນໜ້າ

Sport Bill ສື່ດັງຂອງປະເທດເຢຍລະມັນ ລາຍງານວ່າ ຄຣິສຕອຟ ເອັນຄຸນຄູ ນັກເຕະຕົວເກັ່ງຂອງ ແອເບ ໄລຊິກ ໄດ້ດໍາເນີນການກວດຮ່າງກາຍລ່ວງໜ້າ ເພື່ອກຽມຈະຍ້າຍມາຮ່ວມທີມ ເຊວຊີ ໃນປີ 2023.

ໂດຍ ຄຣິສຕຽນ ຟອກ ນັກຂ່າວຈາກ Bill ເປີດເຜີຍວ່າ ການກວດຮ່າງກາຍຄັ້ງນີ້ ເປັນໄປຢ່າງລັບໆໃນເມືອງ ແຟຣງເຟິດ ເພື່ອກຽມການຍ້າຍໄປຮ່ວມທີມ ເຊວຊີ ໃນລະດູຮ້ອນໜ້າ.

ສ່ວນ ຟາບິໂອ ໂຣມາໂນ ກໍອອກມາຊີ້ແຈງເຖິງຂ່າວລືເຫຼົ່ານີ້ວ່າ ທັງສອງທີມຍັງບໍ່ໄດ້ບັນລຸຂໍ້ຕົກລົງກັນ ໂດຍຢູ່ໃນລະຫວ່າງການສົນທະນາເລື່ອງຄ່າຍົກເລີກສັນຍາມູນຄ່າ 60 ລ້ານປອນ ລວມເຖິງວິທີການຈ່າຍ ແລະ ໂບນັດຕ່າງໆ.

ກອງໜ້າຊາວຝຣັ່ງອາຍຸ 24 ປີຄົນນີ້ ເນື້ອຫອມສຸດໆໃນໄລຍະຕະຫຼາດຊື້ຂາຍນັກເຕະລະດູຮ້ອນທີ່ຜ່ານມາ ຫຼັງຈາກສ້າງຜົນງານໄດ້ຢ່າງໂດດເດັ່ນກັບຕົ້ນສັງກັດເມື່ອລະດູການທີ່ຜ່ານມາ ແຕ່ແລ້ວ ຜູ້ກ່ຽວກໍເລືອກຈະຂະຫຍາຍສັນຍາກັບ ໄລຊິກ ອອກໄປ ທັງນີ້ ຂໍ້ຕົກລົງສະບັບໃໝ່ ໄດ້ມີການລະບຸຄ່າຍົກເລີກສັນຍາເອົາໄວ້ຕາມລາຍງານທີ່ລະບຸວ່າປະມານ 60 ລ້ານເອີໂຣ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments