Wednesday, April 23, 2025
Homeຂ່າວພາຍໃນເຊີນຮ່ວມງານຄອນເສີດຮ່ວມພະລັງນໍ້າໃຈສິນລະປິນລາວ ໃນວັນທີ 23 ກັນຍາ ເພື່ອຊ່ວຍພີ່ນ້ອງແຂວງອຸດົມໄຊ

ເຊີນຮ່ວມງານຄອນເສີດຮ່ວມພະລັງນໍ້າໃຈສິນລະປິນລາວ ໃນວັນທີ 23 ກັນຍາ ເພື່ອຊ່ວຍພີ່ນ້ອງແຂວງອຸດົມໄຊ

ພິທີຖະແຫຼງຂ່າວງານຄອນເສີດຮ່ວມພະລັງນໍ້າໃຈສິນລະປິນລາວ ຊ່ວຍພີ່ນ້ອງແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາ 2022 ທີ່ຫໍວັດທະນະທໍາແຫ່ງຊາດດ ໂດຍການ ຖະແຫຼງຂອງ ທ່ານ ບົວເງິນ ຊາພູວົງ ປະທານສະມາຄົມສິນລະປິນແຫ່ງຊາດລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ),ມີບັນດາທ່ານສິນລະປິນ, ພ້ອມດ້ວຍຄະນະບໍລິຫານງານສະມາຄົມສິິນລະປິນລາວ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ບົວເງິນ ຊາພູວົງ ໄດ້ກ່າວວ່າ: ງານຄອນເສີດ ຮ່ວມພະລັງໃຈສິນລະປິນລາວ ເພື່ອເປັນການລະດົມວັດຖຸປັດໃຈ, ເຄື່ອງອຸປະໂພກ, ບໍລິໂພກ ເພື່ອຈະນໍາເອົາໄປຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊ, ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນວັນທີ 26 ສິງຫາ ຜ່ານມາ; ງານຄອນເສີດດັ່ງກ່າວແແມ່ນຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກັນຍາ 2022 ທີ່ກອງສິລະປະກອນແຫ່ງຊາດ ຄຸ້ມບ້ານໂພນທັນ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໂດຍຈະມີສິນລະປິນລາວຈາກຫຼາຍຄ້າຍເພງ ທັງລູກທົ່ງບ້ານນາ ແລະ ສະຕິງ ຈາກຫຼາຍຄ້າຍເພງເຂົ້າຮ່ວມສະແດງຢ່າງຄັບຄາໜາແໜ້ນ ເພື່ອເປັນການລະດົມຈິດໃຈທຸກຄົນໃນສັງຄົມໃນການປະກອບສ່ວນບໍລິຈາກເປັນວັດຖຸປັດໃຈ, ເຄື່ອງອຸປະໂພກ, ບລິໂພກ ເພື່ອນໍາໄປຊ່ວຍເຫຼືອພີ່ນນ້ອງແຂວງອຸດົມໄຊ.

ງານຄອນເສີດດັ່ງກ່າວແມ່ນຈະເລີ່ມແຕ່ເວລາ 16:00 ໂມງ ຫາ 18:00 ໂມງ ຂອງວັນທີ 23 ກັນຍາ 2022 ທີ່ກອງສິລະປະກອນແຫ່ງຊາດ ດັ່ງນັ້ນຈຶ່ງຂໍເຊີນຊວນທຸກທ່ານເຂົ້າຮ່ວມຊົມການສະແດງຂອງຄະນະສິນລະປິນ ພ້ອມທັງເປັນການມີສ່ວນຮ່ວມໃນການນໍາເອົານໍ້າໃຈຈາກທ່ານ ໄປຮ່ວມບໍລິຈາກໃຫ້ເປັນພະລັງແຫ່ງນໍ້າໃຈຊ່ວຍເຫຼືອຄອບຄົວຜູ້ປະສົບໄພພິບັດນໍ້າຖ້ວມທີ່ແຂວງດັ່ງກ່າວ, ໂດຍບັນດາທ່ານສາມາດເຂົ້າຮ່ວມງານໄດ້ ແລະ ສອບຖາມຂໍ້ມູນເພື່ອບໍລິຈາກໄດ້ທີ່ເບີໂທ 020-55616485; 020-59956994; 020-59998198; 020-23997829 ຫຼືຮ່ວມບໍລິຈາກໄດ້ຕາມບັນຊີ BCEL ບັນຊີເງິນກີບ 010-1213467113; ບັນຊີສະກຸນເງິນບາດໄທ 0101213467588; ບັນຊີສະກຸນເງິນໂດລາ 0101213467337; ຊຶ່ງການບໍລິຈາກຮັບເປັນທາງການແມ່ນເລີ່ມແຕ່ ວັ່ນທີ 20 ຫາ 23 ກັນຍາ 2022 ນີ້.

ຂ່າວ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments