ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ເພື່ອຮັບປະກັນການລົງທຶນຂອງລັດ ໃຫ້ມີປະສິດທິພາບປະສິດທິຜົນຂຶ້ນກວ່າເກົ່າ ແຂວງຄຳມ່ວນ ໄດ້ຈຳກັດໂຄງການລົງ ທຶນຂອງລັດທີ່ມີມູນຄ່າສູງ, ຜົນຕອບແທນທາງເສດຖະກິດໜ້ອຍ ແຕ່ການຈັດສັນທຶນໃສ່ແບບກະແຈກກະຈາຍ ທີ່ຈະພາໃຫ້ເກີດມີໜີ້ສິນໃໝ່ເພີ່ມຂຶ້ນ. ຂະນະທີ່ການແກ້ໄຂໜີ້ສິນໂຄງການພື້ນຖານໂຄງລ່າງ ຈ່າຍອານຸມັດ ປີ 2022 ແມ່ນ 53,15 ຕື້ກີບ ແກ້ໄຂໄດ້ທັງໝົດ 54 ໂຄງການ. ມາຮອດປັດຈຸບັນ, ໜີ້ຍັງຄ້າງຈຳນວນ 478,95 ຕື້ກີບ ໂດຍລວມແລ້ວຖ້າຄວາມສາມາດໃນການສໍາລະໜີ້ ລະດັບນີ້ໃນແຕ່ລະປີ ອີກ 10 ປີ ຂ້າງໜ້າແຂວງຄໍາມ່ວນ ຈະສາມາດແກ້ໄຂໜີ້ສິນໃຫ້ຂາດຕົວ.

ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ເມື່ອບໍ່ດົນຜ່ານມານີ້ວ່າ: ການປະຕິບັດວຽກງານການລົງທຶນ ໃນ 6 ເດືອນ ຂອງແຜນປີ 2022 ຢູ່ແຂວງຄຳມ່ວນ ໄດ້ວາງຄາດໝາຍການລົງທຶນມີປະສິດທິຜົນ, ໜີ້ສິນ ຫລຸດລົງ, ການຟູມເຟືອຍໄດ້ຮັບການແກ້ໄຂເປັນຮູບປະທໍາ ເຊິ່ງການລົງທຶນຂອງລັດ ໄດ້ຈຳກັດໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງ, ຜົນຕອບແທນທາງເສດຖະກິດໜ້ອຍແຕ່ການຈັດສັນທຶນໃສ່ແບບກະແຈກກະຈາຍ ທີ່ຈະພາໃຫ້ເກີດມີໜີ້ສິນໃໝ່ເພີ່ມຂຶ້ນ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ແລະ ສຳນັກງານຫ້ອງການບາງບ່ອນ ທີ່ເຫັນວ່າຍັງບໍ່ມີຄວາມຈຳເປັນແທ້ໆ.

ສຳລັບໂຄງການສະເໜີໃໝ່ ແມ່ນໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງ ແລະ ເປັນໂຄງການສາມາດສຳລະໄດ້ຕາມກົດໝາຍ(ຈັດໃນສັດສ່ວນ ສະ ເໜີໃໝ່ 10%, ສືບຕໍ່ 40% ແລະ ໜີ້ສິນ 50%) ໄດ້ເຂັ້ມງວດໃນການກວດກາຄືນບັນດາໂຄງການທີ່ປະຕິບັດສຳເລັດ 100% ແລະ ໂຄງການທີ່ຍັງບໍ່ທັນສຳເລັດ ເປັນຕົ້ນ ແມ່ນຂັ້ນຕອນການຈັດຕັ້ງປະຕິບັດໂຄງການ, ລາຄາຫົວໜ່ວຍການກໍ່ສ້າງ ແລະ ການຢັ້ງຢືນຜົນສຳເລັດໂຄງການໃນໄລຍະຜ່ານມາ ຖືກຕ້ອງຕາມເຕັກນິກການກໍ່ສ້າງ ແລະ ລະບຽບກົດໝາຍລະບໍ່, ສະເໜີໂຈະບັນດາໂຄງການທີ່ປະຕິບັດຊັກຊ້າ ຫລື ບໍ່ມີປະສິດທິຜົນ ແລະ ບໍ່ບັນຈຸບັນດາໂຄງການລົງທຶນຂອງລັດ ທີ່ບໍ່ໄດ້ຜ່ານການປະເມີນ ເພື່ອບໍ່ສ້າງໜີ້ສິນໃໝ່.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here