Monday, September 23, 2024
Homeຂ່າວພາຍໃນກອງສີລະປະກອນກອງທັບ ສະແດງຜ່ານລາຍການ ເພື່ອກຽມເຄື່ອນໄຫວສະແດງຢູ່ ສສ ຫວຽດນາມ

ກອງສີລະປະກອນກອງທັບ ສະແດງຜ່ານລາຍການ ເພື່ອກຽມເຄື່ອນໄຫວສະແດງຢູ່ ສສ ຫວຽດນາມ

ໃນວັນທີ 18 ສິງຫາ 2022 ຜ່ານມານີ້, ກອງສີລະປະກອນກອງທັບ ໄດ້ສະແດງຜ່ານລາຍການ ເພື່ອກຽມເຄື່ອນໄຫວສະແດງຢູ່ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມປີ 2022. ເຂົ້າຮ່ວມມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳ 4 ກົມໃຫຍ່, ມີຕາງໜ້າກົມ, ກອງ, ຫ້ອງການ, ມີຄະນະຊີ້ນຳລວມ, ຄະນະຮັບຜິດຊອບ ພ້ອມດ້ວຍພະນັກງານ-ນັກຮົບອອ້ມຂ້າງເຂົ້າຮ່ວມ.

ສະຫາຍ ພັນເອກ ຄຳພາ ດວງພະຈັນ ຫົວໜ້າການທະຫານ ກອງສີລະປະກອນກອງທັບ ໄດ້ໃຫ້ຮູ້ວ່າ: ການຝຶກຊ້ອມບັນດາລາຍການສະແດງໃນຄັ້ງນີ້, ແມ່ນສະແດງໃຫ້ເຫັນຜົນສຳເລັດຂອງການຝຶກຊ້ອມລາຍການສະແດງທີ່ຈະໄປເຄື່ອນໄຫວຢ້ຽມຢາມ ແລະ ສະແດງສີລະປະ-ວັດທະນະທຳ ມິດຕະພາບຢູ່ ສສ ຫວຽດນາມ ເນື່ອງໃນໂອກາດປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022, ເພື່ອເປັນການກວດກາໂຄງຮ່າງເນື້ອໃນລາຍການສະແດງ ແລະ ອຸປະກອນຮັບໃຊ້ການສະແດງທີ່ມີຄວາມພ້ອມ, ທັງເປັນການປະກອບຄຳເຫັນ ແລະ ໃຫ້ທິດຊີ້ນຳວິຊາການໃນການປັບປຸງດັດແກ້ລາຍການສະແດງໃຫ້ມີເນື້ອໃນເລິກເຊິ່ງ, ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງຕາມຂັ້ນເທິງມອບໝາຍ.

ສຳລັບລາຍການສະແດງໃນຄັ້ງນີ້ ລວມມີ13 ລາຍການ ໂດຍພາຍໃຕ້ຫົວຂໍ້ ”ສາຍສຳພັນບໍ່ມີວັນຈາງຫາຍ” ໃນນີ້ມີບົດເພງຫວຽດນາມ ຈຳນວນ 5 ບົດ, ສ່ວນຮູບການສະແດງມີ: ດົນຕີ, ຮ້ອງເພງ, ຂັບລຳ ແລະ ຟ້ອນ. ເຊິ່ງເນື້ອໃນຂອງການສະແດງນີ້ລ້ວນແລ້ວແຕ່ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີ, ມິດຕະພາບອັນເປັນມູນເຊຶ້ອລະຫວ່າງສອງຊາດ ລາວ-ຫວຽດນາມ ທັງເປັນການໂຄສະນາເຜີຍແຜ່ສີສັນສີລະປະການສະແດງ ແລະ ວິຖີຊີວິດວັດທະນະທຳອັນດີງາມຂອງປະຊາຊົນລາວບັນດາເຜົ່າ ແລະ ຍັງເປັນການສືບຕໍ່ຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງລາວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງໆຂຶ້ນກ່ວາເກົ່າ.

ຂຽນໂດຍ: ປູນາ ສຸດທະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments