Monday, September 23, 2024
Homeຂ່າວພາຍໃນລມຕ ກະສິກຳ ລົງຊຸກຍູ້ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ

ລມຕ ກະສິກຳ ລົງຊຸກຍູ້ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ

ໃນວັນທີ 16 ສິງຫາ 2022 ຜ່ານມານີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິ ກຳ ແລະ ປ່າໄມ້ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ຕິດຕາມຄວາມຄືບໜ້າ ໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານ ໃນເຂດເມືອງສອງຄອນ ແຂວງສະຫວັນນະເຂດ ເນື່ອງຈາກຍັງມີບາງຈຸດທີ່ຍັງມີຄວາມຫລ້າຊ້າ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ບັນລຸຕາມແຜນການທີ່ວາງໄວ້.

ໂອກາດນີ້ ກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ໂຄງການໃນເຂດເມືອງສອງຄອນ ແລະ ເມືອງຈຳພອນ, ມີມູນຄ່າທັງໝົດ 53 ລ້ານກວ່າໂດລາສະຫະລັດ; ໃນນັ້ນ ເປັນທຶນກູ້ຢືມຈາກທະນາ ຄານຂາອອກ-ຂາເຂົ້າ ສ ເກົາຫລີ ໃນມູນຄ່າ 46 ລ້ານໂດລາສະຫະລັດ ແລະ ທຶນສົມທົບ 7 ລ້ານໂດລາສະຫະລັດ. ມາຮອດເດືອນສິງຫາ ປີ 2022 ໂຄງການສາມາດປະຕິບັດຕົວຈິງວຽກຈັດຊື້ໄດ້ 65,50% ຂອງມູນຄ່າສັນຍາ, ສ່ວນອີກ 34,50% ແມ່ນວຽກຈັດຊື້ອຸປະກອນເຊັ່ນ: ປະຕູນໍ້າ, ຈັກສູບນໍ້າ, ລະບົບທໍ່ສົ່ງນໍ້າ, ລະບົບໄຟຟ້າ, ກົນຈັກກະສິກໍາ ແລະ ໂຮງສີເຂົ້າ ທີ່ຕ້ອງຈັດຊື້ຈາກຕ່າງປະເທດ ມູນຄ່າຕາມສັນ ຍາແມ່ນ 8 ລ້ານກວ່າໂດລາສະຫະລັດ. ສໍາລັບການຈັດຕັ້ງປະຕິບັດໂຄງ ການໃນເຂດເມືອງສອງຄອນ ວຽກກໍ່ສ້າງຄອງເໝືອງ ປະຕິບັດໄດ້ທັງໝົດ 12 ເສັ້ນ ໃນນັ້ນ, ການກໍ່ສ້າງລະບົບຄອງຊົນລະປະທານ ບັນລຸໄດ້ 86,63%, ກໍ່ສ້າງຫົວງານລະຫານໍ້າ 42,31%, ກໍ່ສ້າງສູນພັດທະນາເຕັກນິກກະສິກໍາຊຸມຊົນ ແລະ ສາງເກັບມ້ຽນເຄື່ອງຈັກກະສິກໍາ 62,5%, ວຽກກໍ່ສ້າງໂຮງສີເຂົ້າທັນສະໄໝ ແລະ ສາງເກັບມ້ຽນທີ່ອົບແຫ້ງ 35,2%. ສ່ວນວຽກປັບພື້ນທີ່ນາໄຮ່ໃຫຍ່ ແມ່ນຍັງບໍ່ທັນລົງມື, ມູນຄ່າວຽກກໍ່ສ້າງໃນສັນຍາແມ່ນ 16 ລ້ານກວ່າໂດລາສະຫະລັດ ປະຕິບັດໄດ້ແລ້ວ 75%.

ພາຍຫລັງທີ່ໂຄງການສຳເລັດ ຈະປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງ ຜັນຂະຫຍາຍຍຸດທະສາດພັດທະນາກະສິກໍາ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ເວົ້າສະເພາະແມ່ນແຜນງານຄໍ້າປະ ກັນສະບຽງອາຫານ ແລະ ຜະລິດກະສິກຳເປັນສິນຄ້າ ເຊິ່ງຕາມແຜນການຈະໃຫ້ສໍາເລັດໃນປີ 2022 ແຕ່ໃນສະພາບທີ່ມີການປ່ຽນແປງດິນຟ້າອາກາດ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເໜັງຕີງຂອງອັດຕາເງິນເຟີ້ ເຮັດໃຫ້ບັນດາວັດສະດຸກໍ່ສ້າງ, ນໍ້າມັນເຊື້ອໄຟ ຂຶ້ນສູງເປັນປະຫວັດການ ຈຶ່ງມີການນໍາສະເໜີຕໍ່ກະຊວງກະສິກໍາ-ປ່າໄມ້ ພິຈາລະນາ ສະເໜີຕໍ່ກະຊວງການເງິນ ສົ່ງຕໍ່ຫາທະນາຄານຂາອອກ-ຂາເຂົ້າ ສ ເກົາຫລີ ອະນຸມັດແກ້ໄຂລາຄາສິນຄ້າ ໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ ແລະ ຈະສູ້ຊົນໃຫ້ສໍາເລັດໄດ້ນໍາໃຊ້ໃນຕົ້ນປີ 2023. ໃນນີ້ ຈັກສູບນໍ້າ ແລະ ລະບົບໄຟຟ້າ ໃຫ້ສໍາເລັດເດືອນມີນາ 2023, ລະບົບທໍ່ສົ່ງນໍ້າ ແລະ ອຸປະກອນວາວ ໃຫ້ສໍາເລັດໃນເດືອນກຸມພາ 2023, ໂຮງສີເຂົ້າທັນສະໄໝ ສໍາເລັດໃນເດືອນພຶດສະພາ 2023 ແລະ ໃຫ້ໄດ້ທົດລອງນໍາໃຊ້ ໃນລະຫວ່າງ ເດືອນມິຖຸນາ-ກໍລະກົດ ປີ 2023; ປັດຈຸບັນ ວຽກກໍ່ສ້າງຕາມສັນຍາ ແມ່ນຈັດຕັ້ງປະຕິບັດໄດ້ພຽງ 50,9% ຫລຸດແຜນ 37,4%.

ໂອກາດລົງຊຸກຍູ້ໂຄງການ ທີ່ເມືອງສອງຄອນໃນຄັ້ງນີ້, ທ່ານ ເພັດ ພົມພິພັກ ກໍໄດ້ເນັ້ນໃຫ້ບໍລິສັດຜູ້ຮັບເໝົາ ເລັ່ງລົງມືປະຕິບັດໃຫ້ສໍາເລັດໂດຍໄວ ຕາມແຕ່ລະໜ້າວຽກ ແລະ ແຕ່ລະຂັ້ນຕອນ, ພາຍຫລັງມີການແກ້ໄຂ ດ້ານລາຄາອຸປະກອນ ເພື່ອໃຫ້ປະຊາຊົນໄດ້ເຮັດການຜະລິດ ເນື່ອງຈາກໂຄງການນີ້ຢູ່ໃນຈຸດເມືອງສອງຄອນ ແມ່ນຫລ້າຊ້າກວ່າເມືອງຈໍາພອນ.

ຂ່າວ-ພາບ: ສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments