ພິທີ ມອບ-ຮັບ ໂຄງການກໍ່ສ້າງ ອາຄານຝຶກແອບ ແລະ ໂຮງສະແດງສີລະປະ ຂອງກອງສິລະປະກອນແຫ່ງຊາດ ຈັດຂຶ້ນໃນວັນທີ 18 ສິງຫາ 2022 ໂດຍມີທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ), ມີຮອງລັດຖະມົນຕີກະຊວງ ຖວທ, ທ່ານ ນາງ ນຸດຕະໄລ ຈັນທະບຸນໄຊ ຮອງອຳນວຍການ ບໍລິສັດ ໄຊພັດທະນາຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າທັງໝົດ 85,45 ຕື້ກີບ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ອີງໃສ່ແຜນພັດທະນາວຽກງານຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ 5 ປີ(2021-2025) ກ່ຽວກັບຄາດໝາຍສູ້ຊົນຂອງວຽກງານວັດທະນະທຳຄື ການພັດທະນາພື້ນຖານໂຄງລ່າງ, ອຸປະກອນ ແລະ ເຄື່ອງມືຕ່າງໆ ທີ່ຮັບໃຊ້ເຂົ້າໃນວຽກງານວັດທະນະທຳ ໃນນັ້ນ, ໂຄງການກໍ່ສ້າງອາຄານຝຶກແອບ ແລະ ໂຮງສະແດງ ຂອງກອງສີລະປະກອນແຫ່ງຊາດ ກໍແມ່ນໂຄງການທີ່ນອນໃນແຜນພັດ ທະນາວຽກງານວັດທະນະທຳ ທີ່ທາງລັດຖະບານໄດ້ອະນຸມັດ ແລະ ຈັດເຂົ້າແຜນການລົງທຶນຂອງລັດ ທີ່ເປັນທຶນເປົ້າໝາຍສະເພາະຂອງລັດຖະບານ ໂດຍມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ດຳເນີນການຈັດຕັ້ງປະຕິບັດແຕ່ ປີ 2017 ເປັນຕົ້ນມາ. ສຳລັບຈຸດປະສົງ ການນຳໃຊ້ອາຄານຝຶກແອບ ແລະ ໂຮງສະ ແດງສິລະປະ ເປັນບ່ອນຝຶກຊ້ອມການສະແດງສິລະປະ ທັງພາຍໃນ ແລະ ຕ່າງປະ ເທດ; ເປັນບ່ອນຝຶກຊ້ອມການສະແດງ ແສງ ສີ ສຽງ ຕ່າງໆ; ເປັນບ່ອນອັດສຽງຂອງວຽກງານການສະແດງສິລະປະ, ເພງຮ້ອງ, ຂັບລໍາຕ່າງໆ; ເປັນບ່ອນເຮັດວຽກທາງດ້ານວິຊາສະເພາະການສະແດງສິລະປະຂອງພະນັກງານກ່ຽວຂ້ອງ ສິ່ງສຳຄັນແມ່ນແນໃສ່ຫລຸດຜ່ອນຄວາມແອອັດຂອງພະນັກງານ ເຮັດວຽກໃນຂະແໜງສິລະປະການສະແດງ ໃຫ້ມີການຂັບເຄື່ອນວຽກງານສິລະປະການສະແດງຢ່າງລວມສູນ ແລະ ມີປະສິດທິພາບສູງຂຶ້ນ.

ໄອກາດນີ້, ທ່ານ ນາງ ສວນສະຫວັນ ວິຍາເກດ ໄດ້ຮຽກຮ້ອງໃຫ້ພາກສ່ວນຄຸ້ມຄອງນຳໃຊ້ ຕ້ອງໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປົກປັກຮັກສາໃຫ້ອາຄານມີຄວາມສະອາດຈົບງາມຕະຫລອດ, ພ້ອມກັນນໍາໃຊ້ອາຄານດັ່ງກ່າວ ໃຫ້ເຕັມປະສິດທິພາບຕໍ່ການພັດທະນາທາງດ້ານວິຊາການ ການສະແດງສິລະປະ, ການສະແດງແສງ, ສີ, ສຽງ ແລະ ການສະແດງອື່ນໆ ແລະ ການພັດທະນາບຸກຄະລາກອນສະ ເພາະດ້ານຕາມພາລະບົດບາດ ໃຫ້ນັບມື້ກ້າວໜ້າ ມີຄວາມຫລາກຫລາຍ ມີເອກະລັກ ແລະ ທັນສະໄໝຂຶ້ນເລື້ອຍໆ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here