Home ຂ່າວພາຍໃນ ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວພະແນກ ເຕັກນິກກອງພັນໃຫຍ່ 201 ຄັ້ງທີ I

ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວພະແນກ ເຕັກນິກກອງພັນໃຫຍ່ 201 ຄັ້ງທີ I

0
565

ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວພະແນກ ເຕັກນິກກອງພັນໃຫຍ່ 201, ກອງພົນທີ 2 ໄດ້ຈັດຂື້ນໃນວັນທີ 18 ສິງຫາ 2022 ນີ້, ຢູ່ສະໂມສອນກອງພັນໃຫຍ່ 201 ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ຄຳເພັດ ທຸມມີມາ ຄະນະພັກກອງພັນໃຫຍ່ ເລຂາໜ່ວຍພັກ ຫົວໜ້າພະແນກເຕັກນິກ, ມີຄະນະພັກໜ່ວຍພັກ ຕະຫລອດຮອດພະນັກງານ-ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນກອງປະຊຸມຍັງໄດ້ຮັບຟັງບົດລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ- ພະນັກງານ ໄລຍະ 5 ປີ ຜ່ານມາ ແລະວາງທິດທາງແຜນການ 5 ປີຕໍ່ໜ້າ ຈາກ ສະຫາຍ ພັນຕີ ພອນໄຊ ພົມມະລີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກເຕັກນິກ, ປັດຈຸບັນ ພະແນກເຕັກນິກມີ 1 ໜ່ວຍ ພັກ, ມີ 3 ຈຸພັກ, ມີຄະນະໜ່ວຍພັກ 3 ສະຫາຍ, ມີສະມາຊິກພັກທັງໝົດ 28 ສະຫາຍ, ຍິງ 3 ສະຫາຍ, ສາມາດແບ່ງປະເພດຂອງສະມາຊິກພັກໄດ້ປະເພດ ແຂງ 13 ສະຫາຍ, ຍິງ 1 ສະຫາຍ ເທົ່າກັບ 46,42%, ສະມາຊິກປະເພດກາງ 15 ສະຫາຍ, ຍິງ 2 ສະຫາຍ ເທົ່າກັບ 53,57%, ໄລຍະຜ່ານມາ ກົມກອງໄດ້ຮັບ ການຢັ້ງຍືນເປັນກອງ 3 ປອດ ຈຳນວນ 4 ຄັ້ງ, ວຽກງານພະນັກງານໃນ 5 ປີ ຜ່ານມາ ໄດ້ສົ່ງນາຍ ແລະພົນທະຫານໄປກໍ່ສ້າງບຳລຸງຢູ່ພາຍໃນ ແລະ ຕ່າງປະເທດຈຳນວນ 9 ສະຫາຍ, ໄດ້ຮັບການເລື່ອນຊັ້ນ 16 ສະຫາຍ, ຍິງ 2 ສະຫາຍ, ມີນາຍທະຫານພັກຜ່ອນລໍຖ້າຮັບເບ້ຍບຳນານ 3 ສະຫາຍ, ນະໂຍບາຍອຸດໜູນເທື່ອດຽວ 3 ສະຫາຍ, ປັດຈຸບັນທົ່ວພະແນກເຕັກນິກມີ ຈຳນວນພະນັກງານທັງໝົດ 27 ສະຫາຍ, ຍິງ 3 ສະຫາຍ.

ຈາກນັ້ນຜູ້ແທນກອງປະຊຸມ ກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດ ຄຳເຫັນໃສ່ບົດລາຍງານ ແລະບົດທິດທາງແຜນການຢ່າງກົງໄປກົງມາ ແລະຮັບຮອງເອົາບົດທິດທາງແຜນການຢ່າງເປັນເອກະສັນ, ພ້ອມນັ້ນ ຍັງໄດ້ເຜີຍແພ່ເຊື່ອມຊຶມບົດໂອ້ລົມຂອງສະຫາຍ ພັນເອກ ບຸນພົບ ວິໄລສັກ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 201 ຕໍ່ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງພັນໃຫຍ່ 201 ຄັ້ງທີ I ແລະຮັບຟັງການໂອ້ລົມຂອງປະທານກອງປະຊຸມຕື່ມອີກ.

ພາບ-ຂ່າວ: ເກດ ອານຸສອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here