ໃນວັນທີ 17 ສິງຫາ 2022, ເພື່ອ​ສືບ​ຕໍ່ຊຸກຍູ້ຜັນ​ຂະ​ຫຍາຍ ແລະ ຮ່ວ​ມກັນຕີ​ລາ​ຄາ​ຄືນ​ການ​ຈັດ​ຕັ້ງປະຕິບັດແຜນ​ປະ​ຕິ​ບັດ​ງານ​ການ​ຮ່ວມ​ມື​ດ້ານວຽກງານ​ການ​ທູດ​ເສດ​ຖະ​ກິດ 2020-2025 ຂອງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ-ຫວຽດ​ນາມ ແລະ ທັງເປັນການປະກອບສ່ວນໃນການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ​ລາວ-ຫວຽດ​ນາມ. ກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮ່ວມກັບ ກົມສັງລວມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນ ພາຍໃຕ້ຫົວຂໍ້ ‘ການເພີ່ມທະວີການຮ່ວມມືວຽກງານການທູດເສດຖະກິດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ’ ຂຶ້ນ ທີ່ກະຊວງການຕ່າງປະເທດ, ໃນຮູບແບບເຊິ່ງໜ້າ ແລະ ທາງໄກ; ກອງປະຊຸມດັ່ງກ່າວໃຫ້ກຽດກ່າວເປີດໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ, ປະສົບການທາງດ້ານເຕັກນິກວິຊາການ ແລະ ການປະຕິບັດວຽກງານຕົວຈິງໃນການດໍາເນີນວຽກງານການທູດເສດຖະກິດຂອງ ສປປ ລາວ ແລະ ສສ ຫວຽດນາມ. ໂດຍສະເພາະແມ່ນການປັບປຸງກົນໄກການປະສານງານ ແລະ ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງາການທູດເສດຖະກິດໃຫ້ມີຄຸນນະພາບໃໝ່ ເພື່ອປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ທັງເປັນການຍົກລະດັບການຮ່ວມມືດ້ານວຽກງານການທູດເສດຖະກິດຂອງສອງປະເທດຂຶ້ນເທື່ອລະກ້າວ.

ກອງປະຊຸມໄດ້ຮັບຟັງ ແລະ ຮ່ວມກັນຕີລາຄາຕໍ່ກັບບັນຫາສໍາຄັນຕ່າງໆ ເຊັ່ນ: ການເຄື່ອນໄຫວວຽກງານທູດເສດຖະກິດ ແລະ ການປຶກສາຫາລືຖອດຖອນບົດຮຽນ ກ່ຽວກັບ ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານການທູດເສດຖະກິດຮ່ວມກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ສສ ຫວຽດນາມ ເປັນຕົ້ນແມ່ນ ການວາງແຜນ ແລະ ສ້າງຍຸດທະສາດວຽກງານການທູດເສດຖະກິດ, ການເຄື່ອນໄຫວວຽກງານການຕ່າງປະເທດຂອງທ້ອງຖິ່ນ, ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, ການສົ່ງເສີມ ແລະ ປະສົບການໃນການຈັດຕັ້ງວຽກງານການທູດເສດຖະກິດ ລວມທັງ ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ສະພາບການພົ້ນເດັ່ນ ແລະ ທ່າອ່ຽງເສດຖະກິດຂອງໂລກໃນປະຈຸບັນ. ນອກຈາກນັ້ນ, ຍັງເປັນໂອກາດອັນດີໃຫ້ບັນດາຜູ້ເຂົ້າຮ່ວມຈາກກະຊວງຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການຮ່ວມມືວຽກງານການທູດເສດຖະກິດ ພ້ອມທັງຖືໂອກາດດັ່ງກ່າວແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ, ບັນຫາສິ່ງທ້າທາຍ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການປະສານງານ, ການເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາ ພ້ອມທັງ ນໍາສະ ເໜີບັນດາທ່າແຮງບົ່ມຊ້ອນຕ່າງໆຂອງຂະແໜງການຕົນໃຫ້ກອງປະຊຸມຊາບ ເພື່ອຈະໄດ້ນໍາໃຊ້ເປັນບ່ອນອີງໃນການຄົ້ນຄ້ວາ ແລະ ຊ່ວຍກັນຫາຊ່ອງທາງໃນການປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສົ່ງເສີມດ້ານດີ ເພື່ອໃຫ້ສາມາດໝູນໃຊ້ເຂົ້າໃນວຽກງານການທູດເສດຖະກິດ ເປັນເຄື່ອງມືໃນການຊຸກຍູ້ ກໍຄື ການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງ ແລະ ເຊື່ອມຈອດດ້ານການຄ້າ, ການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ລາວ-ຫວຽດນາມ ໃນອານາຄົດ. ພ້ອມດຽວກັນນັ້ນ, ໃນຕອນເຊົ້າວັນທີ 18 ສິງຫາ 2022 ຄະນະຜູ້ແທນ ສສ ຫວຽດນາມ ນໍາໂດຍທ່ານ ນາງ ຫງວຽດ ມິງ ຮັ່ງ ຜູ້ຊ່ວຍລັດຖະມົນຕີ ຫົວໜ້າກົມສັງລວມເສດຖະກິດ ກະຊວງການຕ່າງປະເທດ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບພະນະທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

LEAVE A REPLY

Please enter your comment!
Please enter your name here