ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 12 ສິງຫາ 2022 ແມ່ນວັນຊ້າງໂລກ ຄັ້ງທີ 11. ຊ້າງອາຊີ ເຄີຍແຈກຢາຍຢູ່ເຂດ ອາຊີຢ່າງກວ້າງຂວາງ, ແຕ່ຍ້ອນສາເຫດຕ່າງໆເຊັ່ນ: ການຈັບຊ້າງຢ່າງຜິດ ກົດໝາຍ, ການທຳຮ້າຍໂດຍບັງເອີນ ແລະອັດຕາການຈະເລີນພັນຫລຸດລົງ ຫລັງຖືກຄົນຝຶກແບບລ້ຽງ ແລະສາເຫດອື່ນໆ, ຈຳນວນຊ້າງອາຊີ ໄດ້ຫລຸດ ລົງໃນແຕ່ລະປີ. ມາຮອດປັດຈຸບັນ, ພຽງແຕ່ທີ່ຢູ່ອາໄສກໍຍັງມີຂອບເຂດ ຈຳກັດ, ຕົ້ນຕໍໄດ້ແຈກຢາຍຢູ່ພາກສ່ວນໃດໜຶ່ງຂອງແຂວງຢຸນນານ ປະເທດຈີນ ແລະບາງປະເທດໃນອາຊີຕາເວັນອອກສຽງໃຕ້ ເຊັ່ນ: ປະເທດລາວ, ມຽນມາ ແລະປະເທດອື່ນໆ. ອີງຕາມຜົນສະຖິຕິເມື່ອປີ 2019, ໃນໄລຍະ 60-75 ປີຜ່ານມາ, ຈຳນວນຊ້າງປ່າອາຊີ ໄດ້ຫລຸດລົງປະມານ ເຄິ່ງໜຶ່ງ.

ຢູ່ປະເທດຈີນ, ຊ້າງອາຊີ ແມ່ນສັດປ່າຫວງຫ້າມລະດັບຊາດຂັ້ນໜຶ່ງ, ຢູ່ປະເທດລາວ, ຊ້າງອາຊີ ກໍແມ່ນສັດປ່າຫວງຫ້າມທີ່ສຳຄັນເຊັ່ນກັນ. ໃນຫລາຍປີມານີ້, ພາຍໃຕ້ສະຖານະການທີ່ຍອດຈຳນວນຊ້າງອາຊີຂອງໂລກ ໄດ້ຫລຸດລົງເລື້ອຍໆ, ຈຳນວນຊ້າງອາຊີ ຢູ່ປະເທດຈີນ ພັດໄດ້ເພີ່ມຂຶ້ນ, ໂດຍ ຈາກ 146 ໂຕເມື່ອປີ 1976 ໄດ້ເພີ່ມຂຶ້ນເປັນປະມານ 360 ໂຕໃນປັດຈຸບັນ. ການໄດ້ຮັບຜົນດັ່ງກ່າວ, ນອກຈາກຈີນໄດ້ປະຕິບັດມາດຕະການປົກປ້ອງ ທີ່ມີປະສິດທິຜົນແລ້ວ, ຍັງໄດ້ຮັບຜົນມາຈາກປະເທດລາວ ແລະປະເທດ ອື່ນໆເຂົ້າຮ່ວມການອະນຸລັກຮ່ວມກັນ.

ໃນຫລາຍປີມານີ້, ປະເທດຈີນ ແລະປະເທດລາວ ໄດ້ເອົາໃຈໃສ່ຕໍ່ການ ປົກປັກຮັກສາຊ້າງອາຊີ ແລະທີ່ຢູ່ອາໄສຂອງມັນໂດຍຕະຫລອດ. ເລີ່ມແຕ່ປີ 2006, ເຂດສະຫງວນທຳມະຊາດສິບສອງພັ່ນນາ ເຊິ່ງເປັນເຂດສະຫງວນ ທຳມະຊາດຂອງຈີນລະດັບຊາດ ໄດ້ຮ່ວມມືກັບພາກສ່ວນກະສິກຳ ແລະປ່າໄມ້ຂອງ 3 ແຂວງພາກເໜືອຂອງປະເທດລາວ, ດຳເນີນການຕິດ ຕາມ ແລະການປົກປ້ອງຂ້າມຊາດ ແລະໄດ້ສ້າງຕັ້ງເຂດອະນຸລັກຊີວະນາໆ ພັນປະສົມຂ້າມຊາດ ຈີນ-ລາວ. ປີ 2012, ຈີນ ແລະລາວ ໄດ້ເຊັນສັນຍາເຂດ ອະນຸລັກປະສົມ, ເຂດອະນຸລັກຊີວະນາໆພັນຂ້າມຊາດໄດ້ເຊື່ອມຕໍ່ກັນ ທັງໝົດ. ໃນຊຸມປີຜ່ານມາ, ສອງປະເທດຈີນ ແລະປະເທດລາວ ເຮັດວຽກ ຮ່ວມກັນ, ນຳໃຊ້ກ້ອງຖ່າຍຮູບອິນຟາເຣດຕິດຕາມການເຄື່ອນໄຫວຂ້າມ ຊາດຂອງຊ້າງອາຊີ ແລະສັດປ່າອື່ນໆທີ່ຫາຍາກ. ພ້ອມກັນນັ້ນ, ຈີນໄດ້ແບ່ງ ປັນບົດຮຽນໃນດ້ານການອະນຸລັກຊ້າງອາຊີ ແລະສັດປ່າອື່ນໆກັບ ປະເທດລາວ ແລະປະເທດອື່ນໆ, ໃຫ້ການສະໜັບສະໜູນຢ່າງແທ້ຈິງແກ່ ບຸກຄະລາກອນຂອງປະເທດລາວ ແລະປະເທດອື່ນໆໃຫ້ມາຍົກລະດັບ ຢູ່ປະເທດຈີນ.

ໃນຫລາຍປີມານີ້, ການອະນຸລັກຊ້າງອາຊີ ຮ່ວມກັນລະຫ່າງຈີນກັບລາວ ໄດ້ກາຍເປັນການຮ່ວມມືລະດັບຊາດລະຫວ່າງສອງປະເທດ, ໄດ້ສ້າງຮົ້ວປ້ອງ ກັນຄວາມປອດໄພດ້ານສິ່ງແວດລ້ອມທຳມະຊາດເພື່ອອະນຸລັກຊ້າງອາຊີ ແລະຊີວະນາໆພັນຢູ່ເຂດຊາຍແດນ. ຕົວຢ່າງວ່າ, ການປະຕິບັດໂຄງການ ຈຸດທົດລອງບ້ານແບບຢ່າງຊີວະພາບຂອງບ້ານຊົນເຜົ່າສ່ວນໜ້ອຍທຸກ ຍາກຢູ່ເຂດອະນຸລັກຊ້າງອາຊີຂ້າມຊາດຂອງປະເທດລາວ ຢ່າງສະດວກ, ໃນເວລາທີ່ປັບປຸງເງື່ອນໄຂການດຳລົງຊີວິດຂອງຊາວບ້ານດັ່ງກ່າວໃຫ້ດີຂຶ້ນ, ກໍໄດ້ປົກປ້ອງຊັບພະຍາກອນປ່າໄມ້ ແລະທີ່ຢູ່ອາໄສຂອງຊ້າງອາຊີ ຢູ່ເຂດ ຊາຍແດນລະຫວ່າງຈີນ-ລາວ, ໄດ້ຊຸກຍູ້ວຽກງານອະນຸລັກຊີວະນາໆພັນ ຂ້າມຊາດລະຫວ່າງຈີນກັບລາວຕື່ມອີກ.

ສິ່ງທີ່ໜ້າເວົ້າເຖິງນັ້ນກໍຄື ໃນຂະບວນການກໍ່ສ້າງທາງລົດໄຟລາວ-ຈີນ, ກໍໄດ້ພິຈາລະນາເຖິງປັດໄຈຊ້າງອາຊີຢ່າງສົມບູນ. ໃນເວລາສ້າງສະຖານີ ລົດໄຟຮ່ອມພູຊ້າງປ່າຂອງທາງລົດໄຟລາວ-ຈີນ ກໍໄດ້ຫລີກເວັ້ນເຂດ ການເຄື່ອນໄຫວຕົ້ນຕໍຂອງຊ້າງອາຊີ, ນອກນັ້ນຍັງໄດ້ສ້າງຊ່ອງທາງ ແລະຂົວສະເພາະໃຫ້ແກ່ຊ້າງປ່າອາຊີອີກ.

ຊີວະນາໆພັນແມ່ນພື້ນຖານການດຳລົງຄົງຕົວ ແລະການພັດທະນາ ຂອງມະນຸດ, ແມ່ນສາຍເລືອດ ແລະກົກເຄົ້າຂອງປະຊາຄົມຮ່ວມຊາຕາກຳ ຊີວິດຂອງໂລກ. ປະເທດຈີນ, ປະເທດລາວ ແລະປະເທດຕ່າງໆໃນໂລກ ຄວນຕັ້ງໜ້າເຂົ້າຮ່ວມໃນການຮ່ວມກັນປົກປັກຮັກສາຊ້າງອາຊີ ແລະສັດ ຫາຍາກຕ່າງໆຮ່ວມກັນສ້າງບ້ານສວຍງາມທີ່ທຸກສິ່ງຢູ່ນຳກັນຢ່າງກົມກຽວ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here