ໃນວັນທີ 16 ສິງຫາ 2022 ຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ພົນເອກ ເຊຣເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ, ທີ່ນະຄອນຫຼວງມັດສະກູ ສ.ຣັດເຊຍ ເນື່ອງໃນໂອກາດທີ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເດີນທາງເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ ຄັ້ງທີ 10.

ການພົບປະໃນຄັ້ງນີ ້ສອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຣັດເຊຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງກອງທັບລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມດຽວກັນນີ້ ສອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຕີລາຄາຄືນເຖິງຜົນສຳເລັດຂອງການຮ່ວມມືທາງດ້ານທະຫານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວໄດ້ສະແດງຄວາມຮູບຸ້ນຄຸນຢ່າງສູງ ມາຍງັລດັຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ສປປ ລາວ ກໍ່ຄືກອງທັບປະຊາຊົນລາວ ໃນຫຼາຍດ້ານ ໃນຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການສ້າງພະນັກງານ-ນັກຮົບ ຂະແໜງການຕ່າງໆ ຢູ່ບັນດາໂຮງຮຽນຂອງກະຊວງປ້ອງກັນປະເທດ ສ.ຣັດເຊຍ, ການຮ່ວມມືວຽກງານກວດກູ້ລະເບີດເພື່ອມະນຸດສະທຳ ຢູ່ ສປປ ລາວ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນເຂົ້າໃນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືສ້າງກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ເປັນກ້າວໆ.

ຂ່າວ-ພາບ: ຊາຍສົມສັກ ວິໄລສັນ

LEAVE A REPLY

Please enter your comment!
Please enter your name here