Saturday, September 21, 2024
Homeຂ່າວຕ່າງປະເທດອາຊຽນ ຊຸກຍູ້ບົດບາດໃຈກາງເຊື່ອມຕໍ່ເສດຖະກິດສາກົນ

ອາຊຽນ ຊຸກຍູ້ບົດບາດໃຈກາງເຊື່ອມຕໍ່ເສດຖະກິດສາກົນ

ຕາມ​ຂ່າວ​ຈາກ VOVWORLD, ວັນທີ 16 ສິງຫາ, ສະຖາບັນ ບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ ສົມທົບກັບ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຈັດກອງປະຊຸມ ສຳມະນາ ສາກົນ “ບົດບາດ ແລະ ແງ່ຫວັງຂອງ ອາຊຽນ ໃນສະພາບ ພາກພື້ນ ແລະ ສາກົນ ມີການຜັນປ່ຽນ ຫຼາຍຢ່າງ ຄືໃນ ປະຈຸບັນ”. ຈາກ​ນັ້ນ ທ່ານ ຮອງສາດສະດາຈານ Sanae Suzuki, ນັກຊ່ຽວ ຊານ ຂະ ແໜງ ພົວພັນສາກົນ, ມະຫາວິທະຍາໄລ ໂຕກຽວ, ຕີລາຄາສູງ ບົດບາດ ຮ່ວມມືກັບ ບັນດາ ປະເທດ ຢູ່ພາກພື້ນ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ເພື່ອເປົ້າໝາຍ ຮ່ວມມື ຕ່າງຝ່າຍ ຕ່າງມີ ຜົນປະ ໂຫຍດ, ມຸ່ງໄປເຖິງ ຜົນປະໂຫຍດ ຂອງປະຊາຊົນ ແລະ ບັນດາຝ່າຍ ທີ່ກ່ຽວ ຂ້ອງ.

ກອງປະຊຸມດັ່ງກ່າວ, ບັນດາ ນັກຊ່ຽວຊານ ໄດ້ປຶກສາຫາລື ກ່ຽວກັບ ຄວາມໝາຍ ແລະ ຜົນກະທົບ ຂອງເລື່ອງ ຮັກສາບົດບາດ ໃຈກາງຂອງ ອາ ຊຽນ ດ້ວຍການປະຕິບັດ ຍຸດທະສາດ ມະຫາສະໝຸດອິນເດຍ-ປາຊີຟິກ ເສລີ ແລະ ເປີດກວ້າງຂອງ ຍີ່ປຸ່ນ ຢູ່ມະຫາສະໝຸດ ອິນເດຍ-ປາຊີຟິກ; ບົດບາດ ຂອງຍຸດທະສາດ ມະຫາສະໝຸດ ອິນເດຍ-ປາຊີຟິກ ເສລີ ແລະ ເປີດກວ້າງ ໃນການໜູນຊ່ວຍ ບັນດາປະເທດ ອາຊຽນ ຍົກສູງ ຄວາມເປັນເຈົ້າຕົນເອງ ທາງດ້ານຍຸດທະສາດ ແລະ ກຳລັງຕ້ານທານ ທາງດ້ານເສດຖະກິດ; ການ ຮ່ວມມື ຫວຽດນາມ-ຍີ່ປຸ່ນ ໃນຂອບເຂດ ຍຸດທະສາດ ມະຫາສະໝຸດ ອິນ ເດຍ-ປາຊີຟິກ ເສລີ ແລະ ເປີດກວ້າງ ເພື່ອການ ພັດທະນາ ສັນຕິພາບ, ວັດທະນາ ຖາວອນ, ກວມລວມ ໃນສະພາບ ສາກົນໃໝ່.

ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເປັນປະທານ ພິທີສະເຫຼີມ ສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ, ດ້ວຍການເຂົ້າຮ່ວມ ຂອງບັນດາ ເອກອັກ ຄະລັດຖະທູດ/ອຸປະທູດ ຊົ່ວຄາວຂອງ 10 ປະເທດ ສະມາຊິກ ອາຊຽນ ປະຈຳ ໂຕກຽວ./. (ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments