Saturday, September 21, 2024
Homeສຶກສາສວສ ຫວນຄືນມູນເຊື້ອສາຍພົວພັນພິເສດລາວ-ຫວຽດນາມ ຂົງເຂດການສຶກສາ

ສວສ ຫວນຄືນມູນເຊື້ອສາຍພົວພັນພິເສດລາວ-ຫວຽດນາມ ຂົງເຂດການສຶກສາ

ເມື່ອບໍ່ດົນມານີ້, ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ(ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການເຜີຍແຜ່ເອກະສານ ສາຍພົວພັນພິເສດ ລາວ-ຫວຽດນາມ ຂົງເຂດວຽກງານການສຶກສາ ເຊິ່ງສອງປະເທດໄດ້ມີການພົວພັນຮ່ວມມືຊ່ວຍເຫລືອກັນມາຕັ້ງແຕ່ດົນນານ. ການຮ່ວມມືໃນຂົງເຂດການສຶກສາ ໄດ້ຮັບການເອົາໃຈໃສ່ຈາກ 2 ພັກ, 2 ລັດຖະບານ, ກໍານົດວ່າເປັນໜ້າທີ່ສໍາຄັນ, ແມ່ນຂົງເຂດການຮ່ວມມືຍຸດທະສາດ ແລະ ແມ່ນສັນຍາລັກຂອງສາຍພົວພັນພິເສດ ລາວ-ຫວຽດນາມ. ຫວຽດນາມ ຖືເປັນແຫລ່ງການກໍ່ສ້າງກຳລັງແຮງງານທີ່ມີລະດັບໃຫ້ລາວ ແລະ ແມ່ນຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະຍຸດທະສາດຍາວນານ, ບໍ່ພຽງແຕ່ຂອງລາວ, ຫາກຍັງຮັບໃຊ້ໃຫ້ແກ່ຂະບວນການຮ່ວມມືຂອງຫວຽດນາມ ກັບລາວ ອີກດ້ວຍ.

ທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ໃຫ້ຮູ້ວ່າ: ລາວ ແລະ ຫວຽດນາມ ເປັນ 2 ປະເທດບ້ານໃກ້ເຮືອນຄຽງ ທີ່ມີສາຍສຳພັນມິດຕະພາບ, ມີຄວາມຜູກພັນຖານອ້າຍນ້ອງ ອັນເປັນມູນເຊື້ອມາແຕ່ບູຮານນະການ, ມີສາຍພູ ແລະ ແມ່ນໍ້າລຳເຊຕິດຈອດກັນ. ໃນປະຫວັດສາດຂອງຕົນ, ປະຊາຊົນ 2 ຊາດ ຍາມໃດກໍສັດຊື່ບໍລິສຸດ, ຕັ້ງຕໍ່, ຄຽງບ່າຄຽງໄຫລ່ກັນ ເພື່ອຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ຍາດເອົາເອກະລາດ ອິດສະຫລະພາບມາໃຫ້ປິຕຸພູມ ແລະ ປະເທດເພື່ອນບ້ານໃກ້ຄຽງ. ສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກຳເນີດເກີດຂຶ້ນ ແລະ ຂະ ຫຍາຍຕົວບົນພື້ນຖານແນວທາງການປະຕິວັດ ແລະ ແນວທາງການພົວພັນສາກົນ ຂອງແຕ່ລະປະເທດ. ໃນສະໄໝຕໍ່ສູ້ປະຕິວັດ ແລະ ປົດປ່ອຍຊາດ, ລາວ ແລະ ຫວຽດນາມ ໄດ້ຮ່ວມທຸກຮ່ວມສຸກນຳກັນສູ້ຮົບຄຽງຂ້າງກັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພາລະກິດປົດປ່ອຍຊາດ, ເມື່ອປະເທດຊາດໄດ້ຮັບການປົດປ່ອຍ, ທັງ 2 ປະເທດ ຍັງສືບຕໍ່ສາມັກຄີຊ່ວຍເຫລືອກັນ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດ ທະນາແຕ່ລະປະເທດ.

ໄປຄຽງຄູ່ກັບການສ້າງພື້ນຖານການສຶກສາ ໃນເຂດປົດປ່ອຍຂອງລາວ ເລີ່ມແຕ່ຊຸມປີ 1950 ຂອງສະຕະວັດທີ XX, ຫວຽດນາມ ໄດ້ສ້າງຕັ້ງບັນດາໂຮງຮຽນເພື່ອກໍ່ສ້າງພະນັກງານໃຫ້ແກ່ລາວ, ໂຮງຮຽນແຫ່ງທຳອິດຖືກສ້າງຂຶ້ນໃນວັນທີ 1 ມັງກອນ 1958 ທີ່ແຂວງຖ້າຍຫງວຽນ (ຫວຽດນາມ) ເປັນບ່ອນຮັບເອົາລະດັບວັດທະນະທຳ. ເມື່ອຈົບການສຶກສາສາຍສາມັນແລ້ວ ຈຳນວນໜຶ່ງກັບໄປປະກອບສ່ວນວຽກງານ, ຈຳນວນໜຶ່ງໄດ້ສົ່ງໄປຮຽນສ້າງຄູຊັ້ນກາງທີ່ຫວຽດນາມ ເພື່ອເປັນຄູສອນຊັ້ນມັດທະຍົມຕອນຕົ້ນ ໃນເຂດປົດປ່ອຍຂອງລາວ. ຫລັງຈາກນັ້ນ, ຫວຽດນາມ ໄດ້ສືບຕໍ່ສ້າງບັນດາໂຮງຮຽນສາມັນກິນນອນຊົນເຜົ່າ ເພື່ອຮັບ ແລະ ສອນບັນດານ້ອງນັກຮຽນ ຈາກເຂດປົດປ່ອຍຂອງລາວໄປຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ຢູ່ຫວຽດນາມ. ນັກຮຽນທີ່ຮຽນຈົບສາຍສາມັນແລ້ວ ສູນກາງແນວລາວຮັກຊາດ ໄດ້ຈັດສົ່ງໄປຮຽນຊັ້ນສູງ, ມະຫາວິທະຍາໄລ ທີ່ສະຫະພາບໂຊວຽດ, ສປ ຈີນ, ຫວຽດນາມ ແລະ ບາງປະ ເທດເຂດເອີຣົບ ແລະ ຍັງມີອີກຫລາຍວຽກງານໃນຂົງເຂດການສຶກສາ ທີ່ໄດ້ຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ.

ໂດຍ ແສງດາວວີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments