ໃນວັນທີ 15 ສິງຫາ 2022 ຜ່ານມາ, ສະຖາບັນການຢາ-ການແພດພື້ນເມືອງກອງທັບ ໄດ້ເປີດບັ້ນຝຶກອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈໍາປີ 2022, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ, ສູນ, ໂຮງງານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ນ ລຸນລາວັນ ຈັນດາວົງ ຮອງຫົວໜ້າການທະຫານ ຫົວໜ້າສູນຄົ້ນຄວ້າວິທະຍາສາດ-ພັດທະນາ, ໄດ້ຜ່ານແຜນການຈັດຕັ້ງຝຶກອົບຮົມ-ຫັດແອບການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈໍາປີ, ອີງຕາມແຜນການອົບຮົມ-ຫັດແອບ ປະຈຳປີ 2022 ຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 2576/ກສນ, ລົງວັນທີ 12 ພະຈິກ 2021, ເພື່ອປະຕິບັດແຜນການດັ່ງກ່າວ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອຍົກສູງຄວາມຮູ້, ຄວາມສາມາດທາງດ້ານການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກທີ່ເປັນພື້ນຖານ, ເພື່ອກຳໄດ້ແໜ້ນທາງດ້ານທິດສະດີຫຼັກການ ແລະ ບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບ, ຮູ້ໄດ້ທາດແທ້, ມູນເຊື້ອຂອງພັກຂອງກອງທັບປະຊາຊົນລາວໃນເງື່ອນໄຂໃໝ່, ດັ່ງນັ້ນ ຄະນະພັກ-ຄະນະຊາ ຈຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການຮຽນ-ການສອນ ໃຫ້ມີເນື້ອໃນ ແລະ ຄວາມໝາຍອັນຄົບຖ້ວນ ຕາມຄໍາສັ່ງຂອງຂັ້ນເທິງວາງອອກ.

ໄລຍະເວລາຂອງການເຝິກອົບຮົມຄັ້ງນີ້, ກໍານົດ 23 ວັນ, ແບ່ງອອກເປັນພາກສ່ວນ ຄື: ພາກການເມືອງ 15 ຊົ່ວໂມງ, ການທະຫານ 25,5 ຊົ່ວໂມງ, ພະລາທິການ-ເຕັກນິກ 3 ຊົ່ວໂມງ, ສີລະປະຍຸດ 28 ຊົ່ວໂມງ ແລະ ຍຸດທະວິທີ 28 ຊົ່ວໂມງ. ຄຽງຄູ່ກັນນັ້ນ, ການຝຶກອົບຮົມ-ຫັດແອບ ແມ່ນຮັບປະກັນດ້ານແຜນການເນື້ອໃນບົດສອນ, ຕາຕະລາງອົບຮົມ-ຫັດແອບ, ຄູເຝິກ, ຈຳນວນພົນ, ວຽກງານຮັບປະກັນ ແລະ ຄວາມປອດໄພໃຫ້ໄດ້ 100%. ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍຕັ້ງໜ້າເອົາໃຈໃສ່ໃນການຝຶກອົບຮົມຄັ້ງນີ້ໃຫ້ບັນລຸຕາມແຜນການ, ຮັກສາຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເພື່ອເຮັດໃຫ້ບັ້ນຝຶກອົບຮົມສໍາເລັດດ້ວຍໝາກຜົນອັນຈົບງາມ ແລະ ສາມາດນໍາໄປໃຊ້ໃນການປະຕິບັດໜ້າວຽກຕົວຈິງໄດ້ຢ່າງຄ່ອງແຄ້ວ.

ຂ່າວ : ມິດຕະພາບ ບຸນພະນຸໄຊ.

LEAVE A REPLY

Please enter your comment!
Please enter your name here