ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ສະມາຄົມການເງິນຈຸລະພາກ (ສມກຈ) ໄດ້ຮ່ວມກັນຈັດຝຶກອົບຮົມ ພາຍໃຕ້ ຫົວຂໍ້: ຝຶກອົບຮົມຫຼັກສູດ ບໍລິຫານການເງິນຈຸລະພາກ MFMCC ຮຸ່ນທີ 21 ຂຶ້ນໃນລະຫວ່າງວັນທີ 8-19 ສິງຫາ ທີ່ຫ້ອງປະຊຸມຂອງ ສມກຈ ນະຄອນຫຼວງວຽງຈັນ ໂດຍການກ່າວເປີດຂອງທ່ານ ພູຂົງ ຈັນທະຈັກ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ມີທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ ໂດຍມີນັກສໍາມະນາກອນ ທີ່ເປັນຕົວແທນມາຈາກບັນດາສະມາຊິກ ສມກຈ ທັງໝົດ 15 ສະຖາບັນການເງິນຈຸລະພາກ (ສກຈ), ພະນັກງານຈາກ ທຫລ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້, ແມ່ນໃຊ້ຫຼັກສູດ ທີ່ອອກແບບມາໂດຍສະເພາະ ສປປ ລາວ ໃນການບໍລິຫານຂັບ ເຄື່ອນສະຖາບັນການເງິນຈຸລະພາກ ທັງເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມສຳຄັນຂອງການບໍລິ ຫານສະຖາບັນການເງິນຈຸລະພາກ, ເປັນຫຼັກສູດທີ່ເຕັມໄປດ້ວຍເນື້ອໃນຄົບຖ້ວນໃນທຸກໆວິຊາ ໂດຍມີຄວາມຮູ້ພື້ນ ຖານກ່ຽວກັບການເງິນຈຸລະພາກ; ການປະຕິບັດຕາມຂໍ້ກໍານົດກົດລະບຽບ ແລະ ການຄວບຄຸມພາຍໃນ; ການບໍລິຫານ ແລະ ຄຸ້ມຄອງ ສກຈ; ການພັດທະນາຜະລິດຕະພັນ; ການບໍລິຫານສິນເຊື່ອ ແລະ ໜີ້ຊັກຊ້າ; ການບໍລິຫານຊັບພະຍາກອນມະນຸດ ແລະ ທັກສະການເປັນຜູ້ນໍາ; ການບໍລິຫານການດຳເນີນງານດ້ານການເງິນ ແລະ ສັງຄົມ, ການບັນຊີ, ລະບົບບໍລິຫານຂໍ້ມູນ; ການວາງແຜນທຸລະກິດ ແລະ ຍຸດທະສາດ.

ການເປີດຫຼັກສູດບໍລິຫານການເງິນຈຸລະພາກ ສໍາລັບຜູ້ບໍລິຫານຂອງບັນດາ ສກຈ ທີ່ທະນາຄານແຫ່ງ ສປປ ລາວ ໄດ້ ມອບໝາຍໃຫ້ ສມກຈ ສ້າງຫຼັກສູດບໍລິຫານການເງິນຈຸລະພາກ ບໍ່ພຽງແຕ່ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານຂອງ ສກຈ ທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຢູ່ໃນ ສປປ ລາວ ເທົ່ານັ້ນ, ແຕ່ຫຼັກສູດບໍລິຫານ ການເງິນຈຸລະພາກນີ້ ຈະກາຍເປັນມາດຕະການ ໃຫ້ແກ່ ສກຈ ທີ່ຕ້ອງການຢາກເຂົ້າມາໃນຕະຫຼາດ ແລະ ຍັງເພີ່ມຂີດຄວາມສາມາດທາງດ້ານວິຊາການ ແລະ ສ້າງຄວາມຮູ້ ຄວາມຊໍານານໃນຂົງເຂດຂອງການເງິນ ຈຸລະພາກໃນຂົງເຂດທ້ອງຖິ່ນ ແລະ ເຂດສູນກາງ.

ການຝຶກອົບຮົມໃນຫຼັກສູດທີ່ອອກແບບມາໂດຍສະເພາະ ສປປ ລາວ ຊຶ່ງເປັນນິມິດໝາຍທີ່ດີ ແລະ ມີຄວາມສໍາຄັນຍິ່ງ, ກາຍເປັນພື້ນຖານໃຫ້ແກ່ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ເພື່ອຂັບເຄື່ອນກົນໄກສິນເຊື່ອ ໃຫ້ເຂົ້າເຖິງປະຊາຊົນບັນດາ ເຜົ່າ, ຜູ້ຜະລິດໃນຂົງເຂດກະສິກໍາ, ຜູ້ປະກອບການໃນຂະແໜງການຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ຕະຫຼາດ, ເຂດຊຸມຊົນ, ບ້ານ 3 ສ້າງ, ຈຸດສຸມພັດທະນາຂອງລັດຖະບານ ແລະ ຂອງທ້ອງຖິ່ນ, ຕົວເມືອງນ້ອຍໃນຊົນນະບົດ, ເມືອງເປົ້າໝາຍທຸກຍາກ, ເຂດຫ່າງໄກສອກຫຼີກ ຊຶ່ງເປັນການປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານການເງິນ ກໍຄືປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ປະກົດຜົນເປັນຈິງ ຕາມແນວທາງຂອງພັກ.

(ຂ່າວ: ຣັດສະໝີ ດວງສັດຈະ)

LEAVE A REPLY

Please enter your comment!
Please enter your name here