ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 08 ສິງຫາ ຜ່ານມາ, ລາຍການຮ່ວມກຳລັງແຮງຂອງຂະແໜງທ່ອງທ່ຽວ ຫວຽດນາມ ດ້ວຍຫົວຂໍ້: ການເຕີບໂຕດ້ານການທ່ອງທ່ຽວສາກົນ, ຟື້ນຟູຂະແໜງການທ່ອງທ່ຽວ ຫວຽດນາມ ຢ່າງຮອບດ້ານ, ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ.

ຂ່າວລະບຸວ່າ: ລາຍການດັ່ງກ່າວ, ແມ່ນເພື່ອແນໃສ່ສ້າງເງື່ອນໄຂພົວພັນແລກປ່ຽນ, ພົບປະ, ຊຸກຍູ້ການຮ່ວມມືລະຫວ່າງປະຊາຄົມຜູ້ສະໜອງການບໍລິການທ່ອງທ່ຽວ, ຈຸດນັດພົບ ແລະ ບໍລິສັດທ່ອງທ່ຽວ. ພ້ອມກັນນັ້ນ, ກໍໄດ້ອັບເດດຂໍ້ມູນຂອງຂະແໜງການ ແລະ ຕະຫຼາດ ເພື່ອໜູນຊ່ວຍໃຫ້ວິສາຫະກິດກຳແໜ້ນ, ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວຢູ່ຫຼາຍຕະຫຼາດ. ທ່ານນາງ ຫງວຽນທິແຄງ ປະທານ ສະມາຄົມການທ່ອງທ່ຽວ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ຜ່ານລາຍການນີ້, ບັນດາຝ່າຍຈະຂຸດຄົ້ນທ່າແຮງແກ່ງແຍ້ງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ, ຈາກນັ້ນສ້າງກຳລັງແຮງສັງລວມໃຫ້ແກ່ຂະແໜງການທ່ອງທ່ຽວ, ຍົກສູງກຳລັງຄວາມສາມາດຂອງຂະແໜງການທ່ອງທ່ຽວ ຫວຽດນາມ ໃນຕະຫຼາດພາກພື້ນ ແລະ ສາກົນ; ໂຄສະນາຜະລິດຕະພັນ, ການບໍລິການທ່ອງທ່ຽວໃໝ່ໆຂອງຫຼາຍທ້ອງຖິ່ນ ແລະ ວິສາຫະກິດໃນທົ່ວປະເທດ.

LEAVE A REPLY

Please enter your comment!
Please enter your name here