ຕາມ​ຂ່າວ​ຈາກ​ VOVWORLD,​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ ພື້ນຖານ ໂຄງລ່າງ ອູ​ແກຣນ ຢັ້ງຢືນວ່າ: ກ່ຳປັ່ນ ຂົນສົ່ງ ສິນຄ້າ ລຳທຳອິດ ໄດ້ເຂົ້າ ທຽບທ່າ Chornomorsk ຂອງປະເທດນີ້ ຢູ່ທະເລດຳ ພາຍຫລັງ ຖືກຢຸດຕິ ການເຄື່ອນໄຫວ ຊົ່ວຄາວ ຍ້ອນຖືກ ຜົນສະທ້ອນ ຈາກການ ປະທະກັນ ​ໂດຍກ່ຳປັ່ນ ຂົນສົ່ງ ທັນຍາຫານ ແລະ ອາຫານ ຈາກ ອູ​ແກຣນ ໄດ້ເດີນທາງ ອອກຈາກ ທ່າກ່ຳປັ່ນ ຂອງປະ ເທດນີ້ ຢູ່ທະເລດຳ ຖືກຕ້ອງ ຕາມຂໍ້ຕົກລົງ ທີ່ບັນລຸໄດ້ ລະຫວ່າງ ບັນດາຝ່າຍ ທີ່​ກ່ຽວຂ້ອງ ເພື່ອແນໃສ່ ເຊື່ອມຕໍ່ ການເຄື່ອນໄຫວ ຢູ່ທ່າກ່ຳປັ່ນ ແຫ່ງຕ່າງໆ ຄືນໃໝ່. ຈາກ​ນັ້ນ ອົງການ ຄຸ້ມຄອງ ກ່ຳປັ່ນ ອູ​ແກຣນ ໃຫ້ຮູ້ວ່າ:ມີກ່ຳປັ່ນ 4 ລຳ ໄດ້ຂົນ ສົ່ງສາລີ ພ້ອມກັບ ບາງປະເພດ ທັນຍາຫານອື່ນໆ ຈຳນວນ ເກືອບ 170.000 ໂຕນ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here