ການຮ່ວມມືເສດຖະກິດ ອາຊຽນ-ຈີນ-ບັນດາຄູ່ຮ່ວມມື ອາແຊບ ເພີ່ມຂຶ້ນຢ່າງເຂັ້ມແຂງ

ຂປລ.ຕາມ​ຂ່າວ​ຈາກ VOVWORLD, ຫວ່າງມໍ່ໆມານີ້, ທ່ານ ຫຼີໄຂວອ໊ວນ, ຫົວໜ້າກົມ ໄຈ້ແຍກສະຖິຕິ ກົມໃຫຍ່ ພາສີ ຈີນ ​ເປີດເຜີຍວ່າ: ນັບແຕ່ ເມື່ອມີຜົນສັກສິດ ມາຮອດ ປັດຈຸບັນນີ້ (01 ມັງກອນ 2022), ສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ (RCEP) ໄດ້ເສີມຂະຫຍາຍ ບົດບາດ ອັນໃຫຍ່ຫລວງ ຂອງຕົນ ໃນການຊຸກຍູ້ ການຮ່ວມມື ດ້ານເສດຖະກິດ ລະຫວ່າງ ບັນດາ ປະເທດ ສະມາຊິກ. ໃນເດືອນ ກໍລະກົດ, ການຮ່ວມມື ດ້ານການຄ້າ ລະຫວ່າງ ຈີນ ກັບບັນດາ ຄູ່ຮ່ວມມື RCEP ບັນລຸ ປະມານ 180 ຕື້​ໂດ​ລາ ​ສະຫະລັດ ເພີ່ມຂຶ້ນເກືອບ 19% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ປະກອບສ່ວນ 5,6% ເຂົ້າໃນ ການເຕີບໂຕ ການຮ່ວມມື ດ້ານການຄ້າ ກັບບັນດາ ປະເທດ ຂອງຈີນ. ນອກນີ້, ການຮ່ວມມື ດ້ານການຄ້າ ລະຫວ່າງ ຈີນ ກັບບັນດາ ປະເທດ ສະມາຊິກ ອື່ນຂອງ RCEP ໃນ 7 ເດືອນຕົ້ນປີ 2022 ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ ໄລຍະດຽວກັນ ຫລັງ​ຈາກ ໄດ້ລົງນາມ ໃນວັນທີ 15 ພະຈິກ 2020 ແລະ ມີຜົນສັກສິດ ຢ່າງເປັນທາງການ ແຕ່ວັນທີ 01 ມັງກອນ 2022, ສັນຍາ RCEP ລວມມີ 10 ປະເທດ ສະມາຊິກ ອາຊຽນ ແລະ 5 ປະເທດ ຄູ່​ຮ່ວມມື ຂອງອາຊຽນ ລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອົດສະຕຣາລີ ແລະ ນູ​ແວນ​ເຊ​ລັງ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here