ຕາມຂໍ້ມູນຂ່າວສານທາງການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ບັນລຸໄດ້ປະມານ 1.000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 456 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 589 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 133 ລ້ານໂດລາສະຫາລັດ(ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ)

ສິນຄ້າສົ່ງອອກຫລັກ ສະເລ່ຍທັງໝົດປະມານ 456 ລ້ານໂດລາສະຫະລັດ, ໃນນັ້ນ ສິນຄ້າທີ່ມີມູນຄ່າສູງສຸດ ປະກອບມີ: ຄຳປະສົມ, ຄຳແທ່ງ ມີມູນຄ່າປະມານ 62 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມີມູນຄ່າປະມານ 42 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 32 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ແຮ່ເຫລັກ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ເກີບ ມີມູນຄ່າປະມານ 17 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ.

ສຳລັບ ສິນຄ້ານໍາເຂົ້າຫລັກ ສະເລ່ຍປະມານ 589 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດເຊັ່ນ: ພາຫະນະທາງບົກ(ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະ ມານ 35 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 101 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 31 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ ມີມູນຄ່າປະມານ 29 ລ້ານໂດລາສະຫະລັດ, ຜະລິດຕະພັນການຢາ (ເພສັດຊະກໍາ) ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ສາຍໄຟຟ້າ, ເຄເບີ້ນ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫລືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 13 ລ້ານໂດລາສະຫະ ລັດ ແລະ ຜະລິດຕະພັນທາງເຄມີ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກ ປະກອບມີ: ສປ ຈີນ 154 ລ້ານໂດລາສະຫະລັດ, ຫວຽດນາມ 106 ລ້ານໂດລາສະຫະລັດ, ໄທ 63 ລ້ານໂດລາສະຫະລັດ, ອົດສະຕຣາລີ 43 ລ້ານໂດລາສະຫະລັດ ແລະ ອິນເດຍ 13 ລ້ານໂດລາສະຫະລັດ ແລະ ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ມີ: ໄທ 307 ລ້ານໂດລາສະຫະລັດ, ຈີນ 141 ລ້ານໂດລາສະຫະລັດ, ຫວຽດນາມ 31 ລ້ານໂດລາສະຫະລັດ, ສ ອາເມລິກາ 39 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ 13 ລ້ານໂດລາສະຫະລັດ.

LEAVE A REPLY

Please enter your comment!
Please enter your name here