ກຳລັງຕີພິເສດ ລາວ-ຫວຽດນາມ ໄດ້ສຳເລັດການຈັດຕັ້ງຫັດແອບຝຶກຊ້ອມປະສານຍິງລູກປືນແທ້ ພາຍໃຕ້ລະຫັດ “ສາຍຟ້າແມບ 01” ໃນຫົວຂໍ້: ງໍ ຕສ ຮ່ວມລາວ-ຫວຽດນາມ ປະຕິບັດການດັບມອດກຸ່ມຕິດອາວຸດນອກກົດໝາຍ ບຽດຢຶດກຸ່ມບ້ານ ເມືອງພູກູດ ແຂວງຊຽງຂວາງ ໃຫ້ແກ່ຄະນະນຳກະຊວງປ້ອງກັນປະເທດ, ໃນອາທິດຜ່ານມານີ້, ທີ່ສະໜາມຫັດແອບ ກອງພັນເຄື່ອນທີ່ໄວ 428 ກອງພັນໃຫຍ່ 497, ໂດຍການເຂົ້າຮ່ວມ ຂອງສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີທູດທະຫານຫວຽດນາມ ປະຈຳ ສປປ ລາວ, ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ກົມນ້ອຍ, ຄະນະຊີ້ນຳ, ອະນຸກຳມະການ, ຄະນະຮັບຜິດຊອບ ຄະນະພັກ-ຄະນະບັນຊາກອງພັນໃຫຍ່497, ກອງພັນນ້ອຍ, ກອງຮ້ອຍ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.

ການສະແດງຫັດແອບຝຶກຊ້ອມປະສານ ຂອງກຳລັງຕີພິເສດສອງກອງທັບລາວ-ຫວຽດນາມ ໃນຄັ້ງນີ້, ມີທັງໝົດ 06 ລາຍການ ຄື: ເລີ່ມຕົ້ນດ້ວຍ ຂໍ ຕສ ຮ່ວມລາວ-ຫວຽດນາມ ປະຕິບັດຍິງເບ້ຍເປີດປ້າຍຄຳຂວັນມິດຕະພາບ ລາວ-ຫວຽດນາມ, ການສະແດງມວຍຫັດກາຍຍິງ-ຊາຍ ຮ່ວມລາວ-ຫວຽດນາມ, ການສະແດງກຳລັງພາຍໃນ ຮ່ວມລາວ-ຫວຽດນາມ, 01 ຂໍ ຕສ ຮ່ວມລາວ-ຫວຽດນາມ ເຮັດໜ້າທີ່ແກ້ໄຂປົດປ່ອຍຕົວປະກັນ, 01 ຂໍ ຕສ ຮ່ວມລາວ-ຫວຽດນາມ ເຮັດໜ້າທີ່ທຳລາຍສາງຄັງຂອງກຸ່ມຕິດອາວຸດນອກກົດໝາຍ ແລະ ນຳໃຊ້ 01 ງໍ ຕສ ຮ່ວມລາວ-ຫວຽດນາມ ເຮັດໜ້າທີ່ປິດລັບຫຼອນຕີກຸ່ມຕິດອາວຸດນອກກົດໝາຍ ພັກທັບຊົ່ວຄາວ ຢູ່ຈຸດສູງ 1.100.

ຈຸດປະສົງໃນການຝຶກຊ້ອມຄັ້ງນີ້, ກໍ່ເພື່ອເປັນການກວດກາເບິ່ງຄວາມພ້ອມດ້ານຕ່າງໆຂອງແຕ່ລະພາກສ່ວນ ເພື່ອກະກຽມເຂົ້າຮ່ວມຝຶກຊ້ອມປະສານຕົວຈິງ ຮ່ວມສອງກຳລັງຕີພິເສດ ລາວ-ຫວຽດນາມ ທີ່ແຂວງຊຽງຂວາງ ໃນທ້າຍປີນີ້ ໃຫ້ໄດ້ຮັບຜົນສຳເລັດສູງ.

ໂອກາດນີ້, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຊີ້ນຳ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ໄດ້ທຸ້ມເທຄວາມຮູ້, ຄວາມສາມາດ ນັບແຕ່ການລາຍງານ, ຈົນກ້າວໄປເຖິງການສະແດງຕົວຈິງ, ເຫັນວ່າແຕ່ລະພາກສ່ວນສາມາດປະຕິບັດໜ້າທີ່ຂອງຕົນໄດ້ດີ, ແຕ່ລະບາດກ້າວແມ່ນຖືກຕ້ອງຕາມເນື້ອແຜນການຫັດແອບ ແລະ ສະແດງຄ້າຍຄືກັບການກະກຽມສູ້ຮົບຕົວຈິງ, ມີຄວາມເຂັ້ມແຂງ ແລະ ເປັນເອກະພາບກັນ, ເຖິງແມ່ນວ່າຊ່ວງໄລຍະການຝຶກແອບສະແດງຊ້ອມຮົບ ຈະພົບຄວາມຫຍຸ້ງຍາກບາງດ້ານກໍ່ຕາມ, ແຕ່ພະນັກງານ-ນັກຮົບ ທຸກສະຫາຍກໍ່ມີຄວາມອົດທົນສູງ, ມີນ້ຳໃຈເສຍສະຫຼະ, ມີຄວາມສາມັກຄີໜັກແໜ້ນ, ຈົນສາມາດຜ່ານຜ່າອຸປະສັກຕ່າງໆ ແລະ ເຮັດສຳເລັດໜ້າທີ່ຂອງຕົນ, ສະແດງອອກສາມາດຮັບປະກັນໄດ້ຄວາມປອດໄພ 100%.

ພາບ-ຂ່າວໂດຍ: ເປີ້ນ ແສງຄຳ

LEAVE A REPLY

Please enter your comment!
Please enter your name here