ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນການເດີນທາງຜ່ານທາງລົດໄຟ ລາວ-ຈີນ ເປັນຕົ້ນ ມີນັກທ່ອງທ່ຽວລຽນແຖວຊື້ປີ້ລົດໄຟ ເປັນຈຳນວນຫຼາຍ ຢູ່ສະຖານີລົດໄຟນະຄອນຫຼວງວຽງຈັນ, ບໍ່ມີຫ້ອງນ້ຳຢູ່ນອກອາຄານ ສະຖານີ, ມີກຸ່ມຄົນ, ບຸກຄົນສວຍໂອກາດ ຊື້-ຂາຍປີ້ ເກງກຳໄລ ທີ່ບໍ່ຖືກຕ້ອງເຮັດໃຫ້ມີຫາງສຽງຈົ່ມວ່າຕ່າງໆນາໆ ທັງໃນທາງບວກ ແລະ ທາງລົບ ຂອງສັງຄົມຢູ່ສື່ສັງຄົມອອນລາຍ ຊຶ່ງອາດຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ການທ່ອງທ່ຽວຂອງ ສປປ ລາວ. ຕໍ່ກັບບັນຫາດັ່ງກ່າວ, ບໍລິສັດທາງລົດໄຟ ລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ອອກມາຊີ້ແຈ້ງ ແລະ ຍອມຮັບຜິດທຸກບັນຫາ ທີ່ມີມູນຄວາມຈິງ ແລະ ພ້ອມທີ່ຈະປັບປຸງແກ້ໄຂບັນຫາດັ່ງກ່າວໂດຍໄວ ເພື່ອເຮັດໃຫ້ການບໍລິການຕ່າງໆ ໂດຍສະເພາະການບໍລິການ ຊື້-ຂາຍ ປີ້ລົດໄຟ ເປັນລະບົບ, ມີຄວາມສະດວກສະບາຍ, ວ່ອງໄວຂຶ້ນກວ່າເກົ່າ.

ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ໃນວັນທີ 3 ສິງຫາ ຜ່ານມາວ່າ: ຕໍ່ກັບບັນຫາທີ່ເກີດຂຶ້ນດັ່ງກ່າວ, ບໍລິສັດທາງລົດໄຟລາວ-ຈີນ ຍອມຮັບຕໍ່ຂໍ້ຜິດພາດ, ຂໍ້ຂາດຕົກບົກຜ່ອງທາງດ້ານຄວາມພ້ອມໃນການບໍລິການລົດໄຟ ແລະ ພ້ອມຈະນຳເອົາຂໍ້ຜິດພາດດັ່ງກ່າວໄປປັບປຸງ, ແກ້ໄຂ ໃຫ້ດີຂຶ້ນເທື່ອລະກ້າວໂດຍໄວ; ຕໍ່ບາງບັນຫາທີ່ກ່ຽວພັນກັບວຽກງານການບໍລິການ ທາງບໍລິສັດຍິນດີຮັບເອົາຄໍາຕໍານິຕິຊົມ ທີ່ມີລັກສະນະສ້າງສັນທຸກດ້ານ ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມອາດສາມາດຕົວຈິງ ເພື່ອນຳໄປປັບປຸງແກ້ໄຂ ໂດຍສະເພາະການບໍລິການຊື້-ຂາຍປີ້ລົດໄຟ ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖື ຊຶ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ, ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ. ມາຮອດປັດຈຸບັນ, ການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software, ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມບູນແບບ ແລະ ດຳເນີນການຈັດຊື້ອຸປະກອນ ເພື່ອມາຕິດຕັ້ງ, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້. ສຳລັບຫາງສຽງຂອງສັງຄົມ ກ່ຽວກັບຫ້ອງນໍ້າສາທາລະນະ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ມາລຽນແຖວຊື້ປີ້ ຫຼື ມາເຮັດທຸລະຕ່າງໆ ທາງບໍລິສັດກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີມາເປັນຈຸດບໍລິການ. ສຳລັບການບໍລິການຫ້ອງນ້ຳ ແລະ ບ່ອນຈອດລົດ ຢູ່ນອກອາຄານສະຖານີ ປັດຈຸບັນໄດ້ຜ່ານກົນໄກການປະມູນຈັດຊື້ແລ້ວ ແລະ ພວມຢູ່ໃນຂັ້ນຕອນຈັດຕັ້ງປະຕິບັດການກໍ່ສ້າງຄາດວ່າຈະສຳເລັດໃນໄວໆນີ້. ພ້ອມນັ້ນ, ບໍລິສັດທາງລົດໄຟ ຍັງຈະຂະຫຍາຍຊ່ອງຊື້ປີ້ລົດໄຟຕື່ມອີກເພື່ອເຮັດໃຫ້ການຊື້-ຂາຍປີ້ລົດໄຟວ່ອງໄວຂຶ້ນກວ່າເກົ່າ. ສຳລັບແຜນການໃນຕໍ່ໜ້າ ບໍລິສັດທາງລົດໄຟ ລາວ-ຈີນ ຈະສົມທົບກັບກົມທາງລົດໄຟ ກະຊວງ ຍທຂ, ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັນຄົ້ນຄວ້າແກ້ໄຂປີ້ລົດໄຟ ແກ່ບັນດານັກທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ; ເພີ່ມເວລາການເປີດບໍລິການອາຄານສະຖານີສຳລັບຜູ້ໂດຍສານ ທີ່ຕ້ອງການເດີນທາງ ຊຶ່ງຜ່ານມາມີຜູ້ໂດຍສານຈຳນວນໜຶ່ງ ເດີນທາງມາຮອດສະຖານີກ່ອນເວລາລົດອອກ ເປັນເວລາດົນ ແຕ່ທາງອາຄານສະຖານີຍັງບໍ່ທັນເປີດບໍລິການເຮັດໃຫ້ຕ້ອງໄດ້ລໍຖ້າຂ້າງນອກເປັນເວລາດົນ.

ທ່ານ ພັນເອກ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຫຼວດລົດໄຟ ໄດ້ກ່າວວ່າ: ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍໃນການເດີນທາງ, ການລຽນແຖວຊື້ປີ້ ໃນສະຖານີລົດໄຟນະຄອນຫຼວງວຽງຈັນ ເກີດຂຶ້ນກໍຍ້ອນສະພາບຄວາມຕ້ອງການເດີນທາງ ແລະ ການເພີ່ມຂຶ້ນຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ນອກນັ້ນ, ກໍເກີດມີກຸ່ມຄົນ, ບຸກຄົນ ສວຍໂອກາດຊື້-ຂາຍປີ້ ເກງກຳໄລ ທີ່ບໍ່ຖືກຕ້ອງ ໂດຍສະເພາະຢູ່ໃນກຸ່ມນັກທ່ອງທ່ຽວ, ທຳມະດາບໍລິສັດທ່ອງທ່ຽວແບ່ງໂກຕ້າໃຫ້ແລ້ວ ແຕ່ກໍຍັງລະດົມຄົນມາຊື້ປີ້ຕື່ມ ເພື່ອໃຫ້ໄດ້ຈໍານວນຫຼາຍ, ນອກນັ້ນ ກໍຍັງມີບຸກຄົນມາລຽນແຖວ ມື້ໜຶ່ງຫຼາຍໆເທື່ອເພື່ອຂາຍປີ້ຕໍ່ເກງກຳໄລ. ຕໍ່ກັບບັນຫາດັ່ງກ່າວ, ຕໍາຫຼວດລົດໄຟ ຈະສົມທົບກັບ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ຈະເອົາໃຈໃສ່ຈັດສັນການລຽນແຖວຊື້ປີ້ ໃຫ້ເປັນລະບຽບຮຽບຮ້ອຍໃນສະຖານີ, ສະກັດກັ້ນບຸກຄົນ ແລະ ກຸ່ມຄົນທີ່ຊື້-ຂາຍປີ້ຕໍ່ເກງກຳໄລ ທີ່ບໍ່ຖືກຕ້ອງຈະໄດ້ມີມາດຕະການແກ້ໄຂຢ່າງເຂັ່ງຄັດ. ພ້ອມທັງ, ສະເໜີໃຫ້ ບໍລິສັດທາງລົດໄຟລາວ-ຈີນ ແຍກບ່ອນຂາຍປີ້ໃຫ້ກຸ່ມນັກທ່ອງທ່ຽວ ຫຼື ບໍລິສັດທ່ອງທ່ຽວສະເພາະ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຫຼຸດຜ່ອນການແອອັດ. ສຳລັບກຸ່ມຄົນທົ່ວໄປທີ່ມາຊື້ປີ້ ຕ້ອງຖືບັດປະຈໍາຕົວ ຫຼື ສຳມະໂນຄົວ (ສຳເນົາ ຫຼື ເອກະສານຢັ້ງຢືນທີ່ຢູ່ ຫຼື ສຳມະໂນຄົວມາພ້ອມ), ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງກວດກາ ເພື່ອຕິດຕາມ, ຄວບຄຸມຄວາມເປັນລະບຽບຮຽບຮ້ອຍ; ຕຳຫຼວດລົດໄຟ ແລະ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ຈະໄດ້ຕິດຕາມຫາບຸກຄົນ ຫຼື ກຸ່ມຄົນທີ່ຊື້-ຂາຍປີ້ບໍ່ຖືກຕ້ອງຕາມຕາມລະບຽບ ທີ່ໄດ້ວາງອອກ, ຖ້າພົບເຫັນຈະໄດ້ປະຕິບັດມາດຕະການຕາມ ລະບຽບກົດໝາຍຄື: ສຶກສາອົບຮົມ, ປັບໃໝ ແລະ ດຳເນີນຄະດີຕາມຂັ້ນຕອນ. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນບໍ່ເຂົ້າຮ່ວມໃນການກະທໍາຜິດ ໂດຍການເອົາບັດປະຈຳຕົວຂອງຕົນເອງ ຫຼື ເອກະສານປະຈຳຕົວ ໃຫ້ບຸກຄົນ ຫຼື ກຸ່ມຄົນໄປຊື້-ຂາຍປີ້ທີ່ບໍ່ຖືກຕ້ອງ.

ຂ່າວ-ພາບ: ທະນູທອງ

LEAVE A REPLY

Please enter your comment!
Please enter your name here