ຕາມ​ຂ່າວ​ຈາກ ​ຊິນ​ຮວາ,​ເມື່ອ​ບໍ່​ດົນ​ມາ​ນີ້ ສະຫະພັນ​ເຂົ້າ ກຳປູ​ເຈຍ(CRF)​ເປີດ​ເຜີຍ​ວ່າ: ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ​ ໄປ​ຍັງ​ຈີນ ບັນລຸ 169.766 ​ໂຕນ ​ໃນ​ໄລຍະ7​ເດືອນ​ຜ່ານ​ມາ ສ້າງ​ລາຍ​ຮັບ​ ໄດ້​ທັງ​ໝົດ 89 ລ້ານ​ໂດ​ລາ ​ສະຫະລັດ. ຂະນະ​ທີ່ ຈີນ ຍັງ​ເປັນ​ຜູ້​ຊື້​ເຂົ້າ​ ແຫ່ງ​ໃຫຍ່​ທີ່​ສຸດ​ຂອງ​ກຳປູ​ເຈຍ ຕາມ​ມາ​ດ້ວຍເອີຣົບ ​ໂດຍ​ຈີນກວມ​ເອົາ​ ອັດຕາ​ສ່ວນ 48,3% ຂອງ​ປະລິມານ​ ສົ່ງ​ເຂົ້າອອກ ​ທັງ​ໝົດ​ ຂອງ​ປະ​ເທດ​ນີ້ ​ແລະ ສົ່ງ​ອອກ ລວມທັງ​ໝົດ 350.902​ໂຕນ ​ໄປ​ຍັງ 56 ​ປະ​ເທດ ​ແລະ ພາກ​ພື້ນ ​ທົ່ວ​ໂລກ ​ເພີ່ມ​ຂຶ້ນ13% ​ເມື່ອ​ທຽບ​ໃສ່ ​ປີ​ຕໍ່​ປີ ສ້າງ​ລາຍ​ໄດ້ 218 ລ້ານ​ໂດ​ລາ ​ສະຫະລັດ ​ໃນ​ໄລຍະ7​ ເດືອນ​ຕົ້ນປີ​ນີ້.

(ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here