ຕາມ​ຂ່າວ​ຈາກ VOVWORLD ເມື່ອ​ບໍ່​ດົນ​ມາ​ນີ້, ອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ຕົກລົງເຫັນດີ ເປັນເອກະພາບ ​ໃນ​ຫລາຍ​ບັນຫາ​ ສຳຄັນ ​ໃນ​ການຮ່ວມມື ເພື່ອສັນຕິພາບ, ສະຖຽນ ລະພາບ, ການພັດທະນາ ແບບຍືນຍົງ​ ແລະ ສີວິໄລ ແມ່ນຈຸດສຸມ ໃນການພົວພັນ ​ຍູ້ແຮງ ການຮ່ວມມື ມຸ່ງໄປເຖິງ ການຟື້ນຟູ ຢ່າງຮອບດ້ານ, ​ແບບຍືນຍົງ ຫລັງໂຄວິດ-19. ຈາກ​ນັ້ນ ທ່ານ ບຸຍແທັງເຊີນ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ+1 ແລະ ອາຊຽນ+3 (ອາຊຽນ, ຍີ່ປຸ່ນ, ສ.ເກົາຫລີ, ຈີນ) ແລະ ເປັນປະທານ ຮ່ວມກອງປະຊຸມ ການຕ່າງປະເທດ ອາຊຽນ – ສ.ເກົາຫລີ. ​ໃນກອງປະຊຸມ ຄັ້ງນີ້ ບັນດາ ຜູ້ແທນ ໄດ້ສຳຫລວດ ກວດກາຄືນ ແລະ ວາງທິດທາງ ຊຸກຍູ້ ການຮ່ວມມື.ສຳລັບ ບັນດາ ຄູ່ຮ່ວມມື ລ້ວນແຕ່ ສະແດງ ຄວາມເຄົາລົບ ຕໍ່ການພົວພັນ ສະໜັບ ສະໜູນ ບົດບາດ ເປັນໃຈກາງ ຂອງອາຊຽນ. ນອກ​ນີ້ຍັງ​ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ບັນດາຝ່າຍສະແດງຄວາມ ວິຕົກ ກັງວົນ ຕໍ່ຄວາມສັບສົນ, ຄວາມເຄັ່ງຕຶງ ທີ່ພວມເກີດຂຶ້ນ ຢູ່ພາກພື້ນ. ບັນດາ ປະເທດ ອາຊຽນ ກໍ່ຢັ້ງຢືນ ການສະໜັບ ສະໜູນ ນະໂຍບາຍ “ຈີນ ດຽວ” ແລະ ໃນໂອກາດນັ້ນ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງການປະຕິບັດ ບັນດາ ຫລັກການ ຂອງກົດບັດ ສປຊ, ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ອາຊີ ຕາເວັນ ອອກ ສ່ຽງໃຕ້.ຂະນະ​ທີ່ ບັນຫາ ຢູ່ທະເລ ຈີນ​ໃຕ້, ອາຊຽນຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ, ຫລີກລ້ຽງການເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂການຂັດແຍ້ງກັນບົນພື້ນຖານກົດໝາຍສາກົນ. ອາຊຽນ ກໍ່ເນັ້ນໜັກເຖິງຄວາມສຳຄັນ ຂອງການໂອ້ລົມສົນທະນາໃນການສຳຜັດ ກັບບັນຫານິວເຄລຍ ຢູ່ແຫລມ ເກົາຫລີ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here