ຕາມ​ຂ່າວ​ຈາກ cri: ກອງປະຊຸມ ຫຸ່ນຍົນໂລກ 2022 ຈະຈັດຂຶ້ນ ຢູ່ສູນປະຊຸມ ວາງສະແດງ ສາກົນ ຢີ້ຊ້ວງ ປັກກິ່ງ ຂອງ​ຈີນ ລະຫວ່າງ ວັນທີ18-21ສິງຫາປີນີ້. ກອງປະຊຸມ ຄັ້ງນີ້ ຈະຈັດເວທີ ປຶກສາຫາລື, ງານວາງສະແດງ ຜະລິດ ຕະພັນ, ການແຂ່ງຂັນ ແລະ ກິດຈະກຳອີກ ຫລາຍຢ່າ ໂດຍໄດ້ຮັບ ການສະໜັບ ສະໜູນ ຈາກອົງການ ຈັດຕັ້ງ ສາກົນ 23ແຫ່ງ. ເວທີປຶກສາ ຫາລື ໄດ້ເຊີນແຂກ ຜູ້ມີກຽດ ເຊັ່ນ: ບຸກຄົນ ຜູ້ໄດ້ຮັບ ລາງວັນດີເດັ່ນ ດ້ານຄອມພິວເຕີ ຫລື ລາງວັນທູຣີງ, ບັນດິດຂອງຈີນ ແລະ ຕ່າງປະເທດ ໂດຍຈະແບ່ງປັນ ໝາກຜົນ ດ້ານວິຊາການ ແຖວໜ້າ ແລະ ທ່ວງທ່າ ການພັດທະນາ ໃນຂົງເຂດ ຫຸ່ນຍົນ,ກະຕຸ້ນ ໃຫ້ສ້າງຄວາມຝັນ ຕໍ່ສັງຄົມ ອັດສະລິຍະ ໃນອະນາຄົດ.ສຳລັບ ງານວາງສະແດງ ຜະລິດ ຕະພັນ ຄັ້ງນີ້ ຈະສ້າງຮູບແບບ ວາງສະແດງ ຫຸ່ນຍົນ ແລະ ສະຖານທີ່ ນຳໃຊ້ ຫຸ່ນຍົນ ເປັນເທື່ອທຳອິດ, ມີວິສາຫະກິດ ນຳໜ້າ ໃນດ້ານຫຸ່ນຍົນ ຂອງຈີນ ແລະ ຕ່າງປະເທດ 100ກວ່າແຫ່ງ ຈະນຳເອົາ ຜະລິດຕະພັນ 500ກວ່າອັນ ມາສະ ແດງ ໃຫ້ຜູ້ຊົມ ໄດ້ເຫັນເຖິງ ເຕັກໂນໂລຊີ ທີ່ສຸດຍອດ. ການແຂ່ງຂັນ ຫຸ່ນຍົນໂລກ ທີ່ປຽບເໝືອນ ງານໂອລິມປິກ ໃນຂະແໜງ ການຜະລິດ ຫຸ່ນຍົນ ກໍ່ຈະ ຈັດການ ແຂ່ງຂັນ ຊີງແຊ້ມ ຢ່າງດຸເດືອດ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here