Friday, September 20, 2024
Homeທຸລະກິດກະສິກອນເມືອງໝື່ນ ສຳເລັດການປັກດຳເຂົ້ານາປີ

ກະສິກອນເມືອງໝື່ນ ສຳເລັດການປັກດຳເຂົ້ານາປີ

ຕາມການລາຍງານຈາກ ທ່ານ ລັດຖະພອນ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໝື່ນ ໃຫ້ຮູ້ໃນວັນທີ 4 ສິງຫາ 2022 ນີ້ວ່າ: ປັດຈຸບັນ, ກະສິກອນເມືອງໝື່ນ ແຂວງວຽງຈັນ ໄດ້ປັກດຳເຂົ້ານາປີສຳເລັດແລ້ວ ໃນເນື້ອທີ່ທັງໝົດ 4.096 ກວ່າເຮັກຕາ ພາຍຫລັງທີ່ລົງມືປັກດຳມາແຕ່ທ້າຍເດືອນມິຖຸນາ 2022 ທຽບໃສ່ປີຜ່ານມາ, ສາມາດປະຕິບັດໄດ້ຕາມເນື້ອທີ່ທີ່ຄາດຄະເນໄວ້ ເນື່ອງຈາກຝົນຟ້າອາກາດເອື້ອອຳນວຍ ແລະ ຄາດວ່າ ຜົນຜະລິດເຂົ້ານາປີ ປີນີ້ຈະໄດ້ທັງໝົດ 18.434 ກວ່າໂຕນ. ສຳ ລັບແນວພັນເຂົ້າ ແມ່ນໄດ້ສົ່ງເສີມໃຫ້ປະຊາຊົນນຳໃຊ້ເຂົ້າພັນປັບປຸງ ເປັນຕົ້ນ ເຂົ້າທ່າດອກຄຳ 11, ທ່າດອກຄຳ 16 ແລະ ເຂົ້າພັນພື້ນເມືອງຈໍານວນໜຶ່ງ.

ຕໍ່ການຕ້ານແລ້ງຕ້ານຖ້ວມ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໝື່ນ ໄດ້ມີການແຈ້ງການແນະນຳໃຫ້ກະສິກອນ ຕ້ອງມີການກຽມພ້ອມເພື່ອຮັບມືບໍ່ໃຫ້ມີຜົົນກະທົບ ແລະ ເສຍຫາຍຢ່າງຮ້າຍແຮງ ໂດຍສະເພາະແມ່ນການຈັດການບໍລິຫານນ້ຳ ໃນເຂດທີ່ມີຝາຍ ແລະ ອ່າງເກັບນ້ຳ ເມື່ອມີຝົນຕົກໜັກຕິດຕໍ່ກັນ ຕ້ອງຕິດຕາມຢ່າງໃກ້ຊິດຢູ່ຝາຍ ຫລື ປະຕູລະບາຍນ້ຳ ເພື່ອບໍ່ໃຫ້ມີປະລິມານນ້ຳຫລາຍຈົນເກີນຄວາມສາມາດບັນຈຸນ້ຳໃນອ່າງ ເພື່ອຫລີກລ່ຽງການເປ່ເພ ຫລື ບໍ່ໃຫ້ລົ້ນໃສ່ເຂດການຜະລິດຂອງກະສິກອນ ເຊິ່ງທົ່ວເມືອງ ມີຝາຍທັງໝົດ 42 ແຫ່ງ. ນອກຈາກນີ້, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຍັງໄດ້ແນະນຳໃຫ້ກະສິກອນ ຈົກໜອງ, ຈົກສະ ເພື່ອກັກເກັບນ້ຳໄວ້ໃຊ້ໃນຍາມຈຳເປັນ ຕື່ມອີກ.

ທ່ານ ຫົວໜ້າ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໝື່ນ ຍັງໃຫ້ຮູ້ຕື່ມວ່າ: ນອກຈາກການປູກເຂົ້າແລ້ວ ຍັງໄດ້ມີການກະຕຸກຊຸກຍູ້ສົ່ງເສີມໃຫ້ກະສິກອນ ປູກພືດເປັນສິນຄ້າຕື່ມອີກ ໂດຍໄດ້ມີການປະສານສົມທົບກັບບໍລິສັດ ໃຫ້ມາລົງທຶນ ໂດຍຜູ້ລົງທຶນສະໜອງແນວພັນ, ເຕັກນິກ ແລະ ການຕະຫລາດ ໃຫ້ກະສິກອນເປັນຜູ້ຜະລິດ ແລະ ສົ່ງຂາຍໃຫ້ບໍລິສັດໃນລາຄາທີ່ໝັ້ນຄົງ ແລະ ພືດທີ່ສົ່ງເສີມໃຫ້ປະຊາຊົນປູກສ່ວນຫລາຍແມ່ນບັນດາພືດຈຳ ນວນ 19 ຊະນິດ ທີ່ລັດຖະບານ ສປປ ລາວ ກັບລັດຖະບານ ສປ ຈີນ ເຊັນສັນຍາ ຊື້-ຂາຍນຳກັນເຊັ່ນ: ມັນຕົ້ນ, ສາລີແຂງ, ໝາກເດືອຍ ແລະ ພືດສະກຸນຖົ່ວຈຳນວນໜຶ່ງ. ອັນທີ່ພົ້ນເດັ່ນ ແມ່ນການປູກມັນຕົ້ນ ມີເນື້ອທີ່ເຖິງ 2.915 ເຮັກຕາ ທຽບໃສ່ປີຜ່ານມາເພີ່ມຂຶ້ນ1.112 ເຮັກຕາ ສະເລ່ຍສະມັດຖະພາບ 20-25 ໂຕນຕໍ່ເຮັກຕາ ຄາດຄະເນຜົນໄດ້ຮັບ 58.300-72.875 ໂຕນ ຍ້ອນວ່າຢູ່ເມືອງໝື່ນ ມີໂຮງງານຜະລິດແປ້ງມັນຕົ້ນ ເພື່ອຮອງຮັບ. ພ້ອມນີ້ ກໍໄດ້ມີຜູ້ປະກອບການ ນັກທຸລະກິດຈໍານວນໜຶ່ງ ເຂົ້າມາເກັບຊື້ມັນຕົ້ນດິບ ແລະ ຕາກແຫ້ງ ເພື່ອສົ່ງອອກໄປປະເທດໄທ ແລະ ສປ ຈີນ.

ພາບ-ຂ່າວ: ແໜງໜໍ່ຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments