ສະຫະພັນກຳມະບານແຂວງສາລະວັນ ຈັດພິທີເຜີຍແຜ່, ເຊື່ອມຊຶມເນື້ອໃນເອກະສານຂອງສູນກາງສະຫະພັນກຳມະບານ ໃຫ້ແກ່ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຄະນະສະຫະພັນກຳມະບານຮາກຖານອ້ອມຂ້າງແຂວງ ແລະ ສະມາຊິກກຳມະບານ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທະວີ ພິມມະສານ ກໍາມະການສູນກາງສະຫະພັນກຳມະບານ, ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງສາລະວັນ. ພິທີໄດ້ຈັດຂຶ້ນໃນຄັ້ງວັນທີ 3 ສິງຫາ 2022, ທີ່ສະໂມສອນ ວິທະຍາໄລຄູສາລະວັນ, ມີບັນດາຄະນະບໍລິຫານສະຫະພັນກໍາມະບານແຂວງ, ຄະນະປະທານກຳມະບານຮາກຖານອ້ອມຂ້າງແຂວງ ແລະ ສະມາຊິກກຳມະບານ ເຂົ້າຮ່ວມ.

ໃນພິທີ ທ່ານ ບຸນທະວີ ພິມມະສານ ປະທານສະຫະພັນກຳມະບານແຂວງ ກໍ່ໄດ້ກ່າວໃຫ້ຮູ້ເຖີງຈຸດປະສົງວ່າ: ການເຜີຍແຜ່ເຊື່ອມຊຶມຄັ້ງນີ້ ແມ່ນເປັນການຜັນຂະຫຍາຍເນື້ອໃນນິຕິກຳຕ່າງໆ ໃຫ້ເຂົ້າສູ່ລວງເລີກໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍສະເພາະແມ່ນເຊື່ອມຊຶມກຳແໜ້ນ, ເນື້ອໃນຈິດໃຈຂອງນິຕິກຳຕ່າງໆ, ທີ່ເປັນແນວທາງ, ແຜນດຳເນີນງານຂອງສະຫະພັນກຳມະບານ ໄດ້ຜັນຂະຫຍາຍໃຫ້ກວ້າງຂວາງ, ສ້າງຄວາມເຂັ້ມແຂງໃຫ້ກັບບັນດາຮາກຖານສະຫະກຳມະບານຕ່າງໆ ເປັນຕົ້ນ: ແມ່ນສະມາຊິກກຳມະບານ ທີ່ສັງກັດຢູ່ໃນຮາກຖານອົງການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ພາກສ່ວນຕ່າງໆ ຮັບຮູ້, ເຂົ້າໃຈຕໍ່ກັບສິດ, ພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ.

ສຳລັບເນື້ອໃນເອກະສານທີ່ມາເຜີຍແຜ່ ມີຄືື: ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນກຳມະບານນະຄອນຫຼວງ, ແຂວງ, ເມືອງ, ນະຄອນ, ໂຮງຮຽນ, ກຸ່ມບໍລິສັດ ແລະ ຂອງກຳມະບານຮາກຖານ, ຂໍ້ຕົກລົງ ການແບ່ງຄວາມຮັບຜິດຊອບໃນການເຄື່ອນໄຫວວຽກງານກຳມະບານລາວ ແຕ່ລະຂັ້ນ ແລະ ແຈ້ງການແນະນຳການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ສຳລັບຜູ້ອອກແຮງງານຢູ່ ສປປ ລາວ, ເຊີ່ງໄດ້ກຳນົດຈຸດປະສົງ, ຂອບເຂດສິດ ແລະ ໜ້າທີ່, ພາລະບົດບາດ, ກຳນົດຫຼັກການ, ມາດຕະການ ແລະ ແຜນການຈັດຕັ້ງປະຕິບັດ ຢ່າງລະອຽດຊັດເຈນ ໃນຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຊອບຂອງສະຫະພັນກຳມະບານແຕ່ລະຂັ້ນ ໂດຍສະເພາະແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກຳມະບານຢູ່ແຂວງສາລະວັນ ມີຄວາມເຂັ້ມແຂງ ແລະ ຜັນຂະຫຍາຍເນື້ອໃນນິຕິກຳດັ່ງກ່າວ ເຂົ້າສູ່ໜ້າວຽກຕົວຈິງ ເທື່ອລະກ້າວ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ນັກຂ່າວ ແຂວງສາລະວັນ)

LEAVE A REPLY

Please enter your comment!
Please enter your name here