Friday, September 20, 2024
Homeຂ່າວກິລາທັບນັກກິລາກະຕໍ້ລາວ ຊຸດສ້າງຜົນງານປະຫວັດສາດຄວ້າແຊ໋ມໂລກ ຖືກຕ້ອນຮັບຢ່າງສົມກຽດ

ທັບນັກກິລາກະຕໍ້ລາວ ຊຸດສ້າງຜົນງານປະຫວັດສາດຄວ້າແຊ໋ມໂລກ ຖືກຕ້ອນຮັບຢ່າງສົມກຽດ

ຂະບວນແຫ່ທັບນັກກິລາກະຕໍ້ທີມຊາດລາວ ຈຳນວນ 27 ຄົນ, ຍິງ 12 ຄົນ, ຄູຝຶກ 3 ຄົນ, ຍິງ 1 ຄົນ ແລະ ຄະນະນຳພາ 3 ຄົນ ທີ່ສາມາດສ້າງຜົນງານຄັ້ງປະຫວັດສາດ ໃນການຄວ້າແຊ໋ມໂລກ ຫຼື ລະດັບພຣີເມຍ ຊຶ່ງເປັນລາຍການສູງສຸດຂອງໂລກ ຊີງຂັນພະຣາຊະທານເຈົ້າຊີວິດແຫ່ງຣາຊະອານາຈັກໄທ (ຄິງຄັບ) ຄັ້ງ 35 ມີ 33 ປະເທດເຂົ້າຮ່ວມ ພ້ອມກັບຫຼຽນຄຳ ປະເພດທີມຄູ່ຍິງ, 2 ຫຼຽນເງິນ ແລະ 2 ຫຼຽນທອງ ຫຼາຍກວ່າ 10 ຄັນລົດອ້ອມຮອບຕົວເມືອງນະຄອນຫຼວງວຽງຈັນ ຢ່າງໄປຂະບວນຟົດຟື້ນ ກ່ອນໄປກາບໄຫວ້ສິ່ງສັກສິດ 4 ຈຸດສຳຄັນ ຄື: ຮູບປັ້ນເຈົ້າຟ້າງຸ່ມ, ເຈົ້າອານຸວົງ, ເຈົ້າໄຊເຊດຖາ ແລະ ທ່ານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

ພິທີຕ້ອນຮັບທັບນັກກິລາກະຕໍ້ລາວ ຊຸດສ້າງຜົນງານໃຫ້ປະເທດຊາດ ໃນການຄອງແຊ໋ມໂລກ ປີ 2022 ມາໃໝ່ໆໝາດໆ ຢ່າງສົມກຽດໃນຄັ້ງນີ້ ໄດ້ມີຂຶ້ນ ໃນຕອນເຊົ້າວັນທີ 1 ສິງຫາ 2022 ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1, ໃຫ້ກຽດຕ້ອນຮັບໂດຍ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຄຳພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວ ມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ທ່ານ ສອນເພັດ ເມືອງວົງ ປະທານສະຫະພັນກະຕໍ້ແຫ່ງຊາດລາວ ທັງເປັນປະທານບໍລິສັດ ແສງເພັດ ເກັບກູ້ລະເບີດ ຈຳກັດ ພ້ອມດ້ວຍບັນດາມວນຊົນຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ຕະຫຼອດຮອດແຟນພັນແທ້ກະຕໍ້ລາວ ແລະ ສື່ມວນຊົນຢ່າງພ້ອມພຽງ.

ໃນພິທີ, ທ່ານ ສອນເພັດ ເມືອງວົງ ໃຫ້ສໍາພາດວ່າ: ສຳລັບຜົນງານຂອງທັບນັກກິລາກະຕໍ້ຊຸດນີ້ຖືວ່າປະສົບຜົນສໍາເລັດສູງ ໂດຍສະເພາະແມ່ນ ທີມຄູ່ຍິງ ປະກອບມີ ນາງ ກ້ອຍ ໄຊຍະວົງ, ນາງ ສອນສະຫວັນ ແກ້ວສຸລິຍາ ແລະ ນາງ ນໍຄຳ ວົງໄຊ ສ້າງຜົນງານໄດ້ຢ່າງໂດດເດັ່ນສາມາດຍາດຄວ້າແຊ໋ມໂລກ ລາຍການລະດັບພຣີເມຍ ເປັນລາຍການສູງສຸດຂອງໂລກ ຊີງຂັນພະຣາຊະທານເຈົ້າຊີວິດແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຫຼຽນຄໍາ ປະເພດທີມຄູ່ຍິງ ໂດຍທີ່ບໍ່ເສຍຈັກເຊັດຄືຊະນະໄດ້ 2-0 ເຊັດທັງໝົດທີ່ໄດ້ລົງແຂ່ງຂັນ ສາມາດຍາດໄດ້ແຊ໋ມໂລກ ລາຍການສູງສຸດ ຫຼື ລະດັບພຣີເມຍ ສ້າງປະຫວັດສາດໜ້າໃໝ່ໃຫ້ວົງການກິກະຕໍ້ລາວ ກໍຄື ເປັນກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດ.

ນອກນັ້ນ, ກໍຍັງສາມາດຍາດໄດ້ອີກ 2 ຫຼຽນເງິນ ຈາກທີມຄູ່ຊາຍ ແລະ ກະຕໍ້ລອດບ້ວງທີມຍິງ ແລະ 2 ຫຼຽນທອງ ຈາກກະຕໍ້ລອດບ້ວງທີມຊາຍ ແລະ ທີມຊຸດຊາຍ. ແນວໃດກໍດີ, ຕໍ່ຜົນງານດັ່ງກ່າວ ແນ່ນອນວ່າ ປັດຈຸບັນສະຫະພັນພວກເຮົາມີກຳລັງໃຈຢ່າງສູງ ແລະ ສຸດພາກພູມໃຈທີ່ປະກອບສ່ວນສ້າງຜົນງານໃຫ້ແກ່ປະເທດຊາດ ສະນັ້ນ, ໃນໂອກາດຕໍ່ໄປພວກເຮົາຈະພ້ອມກັນສືບຕໍ່ສົ່ງເສີມຢ່າງສຸດຄວາມສາມາດ ເພື່ອເຮັດແນວໃດນຳພາທັບນັກກິລາກະຕໍ້ທີມຊາດລາວ ເຂົ້າຮ່ວມແຂ່ງຂັນລາຍການຕ່າງ ນຳເອົາກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດອີກ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ຂໍຮຽກຮ້ອງມາຍັງບັນດາພໍ່ແມ່ປະຊາຊົນກໍຄື ບັນດາພາກສ່ວນທຸລະກິດ ຈົ່ງໃຫ້ການສະໜັບສະໜູນລູກຫຼານຂອງພວກເຮົາເພື່ອມີກຳລັງໃຈ ແລະ ສູ້ຊົນພັດທະນາຕົນເອງກ້າວໄປຜົນສຳເລັດໃນລາຍການຕ່າງໆ ໂດຍສະເພາະໃນປີໜ້າກໍຈະມີການແຂ່ງຂັນກະຕໍ້ ງານກິລາ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບອີກດ້ວຍ.

ການແຂ່ງຂັນກິລາກະຕໍ້ຊີງແຊ໋ມໂລກ 2022 ມີ 33 ປະເທດເຂົ້າຮ່ວມ ສຳລັບ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 36 ຄົນ ສະເພາະນັກກິລາ 27 ຄົນ, ຍິງ 12 ຄົນ ຮ່ວມແຂ່ງຂັນ 7 ລາຍການ ເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ, ທີມຊາຍ, ຄູ່ຍິງ, ຄູ່ຊາຍ, ທີມຊຸດຍິງ, ທີມຊຸດຊາຍ ແລະ ທີມ 4 ຄົນຍິງ. ຊຶ່ງເຈົ້າພາບກຳນົດແຕ່ລະຊາດສົ່ງໄດ້ບໍ່ເກີນ 7 ລາຍການຈາກທັງໝົດ 11 ລາຍການ ເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ, ທີມຊາຍ, ຄູ່ຍິງ, ຄູ່ຊາຍ, ທີມດ່ຽວຍິງ, ທີມດ່ຽວຊາຍ, ທີມຊຸດຍິງ, ທີມຊຸດຊາຍ, ທີມຍິງ 4 ຄົນ, ທີມຊາຍ 4 ຄົນ ແລະ ທີມປະສົມຍິງ 4 ຄົນ.

ໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments