Friday, September 20, 2024
Homeຂ່າວການເມືອງມອບ-ຮັບ ໜ້າທີ່ຜູ້ອຳນວຍການໃຫຍ່ ຕລຊລ

ມອບ-ຮັບ ໜ້າທີ່ຜູ້ອຳນວຍການໃຫຍ່ ຕລຊລ

ຕະຫລາດຫລັກຊັບລາວ (ຕລຊລ) ໄດ້ຈັດພິທີ ມອບ-ຮັບໜ້າທີ່ ຜູ້ອໍານວຍການໃຫຍ່ ຕລຊລ ຢ່າງເປັນທາງການ ໃນວັນທີ 3 ສິງຫາ 2022 ລະຫວ່າງ ທ່ານ ນາງ ສາຍສະໝອນ ຈັນທະຈັກ (ຜູ້ເກົ່າ) ແລະ ທ່ານ ສຸພັກ ຖິ່ນໄຊພອນ (ຜູ້ໃໝ່) ໂດຍມີ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະນຳສໍານັກງານຄຸ້ມຄອງຫລັກຊັບ (ສຄຄຊ), ຄະນະກົມຈາກ ທຫລ, ປະທານ ແລະ ສະມາຊິກສະພາບໍລິຫານຂອງ ຕລຊລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານຜູ້ອໍານວຍການໃຫຍ່ ຕລຊລ ຜູ້ເກົ່າ ກໍໄດ້ລາຍງານສະ ພາບໂດຍຫຍໍ້ການເຄື່ອນໄຫວວຽກງານ ຕລຊລ ໃນໄລຍະ 7 ເດືອນ ປີ 2022 ແລະ ທິດທາງແຜນ ການ 5 ເດືອນ ປີ 2022.

ໂອກາດນີ້, ທ່ານ ນາງ ວັດທະນາ ດາລາລອຍ ໄດ້ເນັ້ນໃຫ້ຄະນະນຳ ຕລຊລ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ສະມາຊິກພັກ-ພະນັກງານ, ກໍາແໜ້ນແບບແຜນວິທີເຮັດວຽກກັບຄູ່ຮ່ວມທຶນ ໃຫ້ຄ່ອງຕົວດີກວ່າເກົ່າ, ຮູ້ຍາດແຍ່ງອັນໃດ ທີ່ເປັນປະໂຫຍດ ຂອງ ຕລຊລ ໂດຍສູ້ຊົນພັດທະນາ ຕລຊລ; ມອບໃຫ້ ສຄຄຊ, ຕລຊລ ແລະ ບໍລິສັດຫລັກຊັບ ສົມທົບກັນສູ້ຊົນໃຫ້ມີບໍລິສັດຈົດທະບຽນໃໝ່ ຫລື ຜະລິດຕະພັນໃໝ່ໃນ ຕລຊລ ໃຫ້ມີປະລິມານ ແລະ ຄຸນນະພາບດີຂຶ້ນກ່ວາເກົ່າ. ພ້ອມທັງໃຫ້ຜູ້ບໍລິຫານ ແລະ ພະນັກງານກວດກາຄືນແຜນທຸລະກິດ ປະຈໍາປີ 2022 ແລະ ຈັດຕັ້ງປະຕິບັດໃຫ້ບັນລຸຜົນ ຕາມແຜນການທີ່ວາງໄວ້.

ຂ່າວ: ຣັດສະໝີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments