ຜົນການສຳຫຼວດ ຢືນຢັນວ່າ ຄຣິສເຕຍໂນ ໂຣນັນໂດ ກອງໜ້າຂອງທີມ ແມນເຊັສເຕີ ຢູໄນເຕັດ ຖືກຜູ້ໃຊ້ ທວິດເຕີ (Twitter) ໂພສຂໍ້ຄວາມໂຈມຕີຫຼາຍທີ່ສຸດໃນບັນດານັກເຕະຂອງ ພຣີເມຍລີກ ເມື່ອລະດູການທີ່ຜ່ານມາ ຮອງລົງມາແມ່ນ ແຮຣີ ເມກໄກວ ຫົວໜ້າທີມແມນຢູ.

Offcom ສະຖາບັນສະຖິຕິຂອງອັງກິດ ລາຍງານເມື່ອວັນທີ 2 ສິງຫາທີ່ຜ່ານມາວ່າ ຈາກການສຶກສາການໃຊ້ Twitter ທີ່ມີຂໍ້ຄວາມສົ່ງໄປເຖິງນັກເຕະໃນ ພຣີເມຍລີກ ນັບສະເພາະເຄິ່ງທຳອິດຂອງລະດູການທີ່ຜ່ານມາ ມີເກືອບ 60.000 ຂໍ້ຄວາມທີ່ໂຈມຕີດາວດັງໃນໄລຍະ 5 ເດືອນທໍາອິດ ໃນຈໍານວນນີ້ ດາວເຕະທີມ ແມນຢູ ຕົກເປັນເປົ້າຖືກຈົ່ມດ່າຫຼາຍທີ່ສຸດ ລວມ 8 ຄົນດ້ວຍກັນ.

ຢ່າງໃດກໍຕາມ ໂຣນັນໂດ ຂຶ້ນແທ່ນເປັນອັນດັບໜຶ່ງໃນແງ່ນັກເຕະທີ່ຖືກສາບແຊ່ງໃສ່ເປັນຈໍານວນ 12.520 ຂໍ້ຄວາມ ໃນລະຫວ່າງວັນທີ 13 ສິງຫາ ຫາ 24 ມັງກອນ ໂດຍ ແມັກໄກວ ຕາມມາເປັນອັນດັບ 2 ຈາກຈໍານວນ 8.954 ຂໍ້ຄວາມທີ່ໂຈມຕີເຂົາໃນໄລຍະເວລາດຽວກັນ.

ນອກນັ້ນ ອີກ 8 ດາວເຕະຂອງຖິ່ນ ໂອລ ແທຣບຟອດ ທີ່ຖືກທວິດຄໍາສາບໃສ່ຫຼາຍທີ່ສຸດຄື: ມາຄັສ ແຣຊຟອດ (2.557), ບຣູໂນ່ ແຟນານ (2.464), ເຟຣດ (1.924), ເຈສຊີ ລິນກາດ (1.605), ພອລ ປັອກບາ (1.446) ແລະ ດາວິດ ເດ ເກອາ (1.394) ຂະນະທີ່ອີກ 2 ຄົນທີ່ເຂົ້າມາຢູ່ໃນບ້ວງສູງສຸດ 10 ຄົນ ໄດ້ແກ່ ແຮຣີ ເຄນ ກອງໜ້າຂອງ ສະເປີ (2.127) ແລະ ແຈັກ ກຣີລິຊ ກອງກາງຂອງ ແມນເຊັສເຕີ ຊິຕີ (1.538).

ພ້ອມກັນນີ້ ຜົນການສໍາຫຼວດຍັງເປີດເຜີຍອີກວ່າ ການ tweet ດ້ວຍຂໍ້ຄວາມຮຸນແຮງທີ່ມີຈໍານວນຫຼາຍທີ່ສຸດມີຢູ່ 2 ໄລຍະຄື: ວັນທີ 27 ສິງຫາ ເຊິ່ງເປັນມື້ທີ່ ໂຣນັນໂດ ຍ້າຍຈາກ ຢູເວນຕຸສ ມາຮ່ວມທີມ ແມນເຊັສເຕີ ຢູໄນເຕັດ ຕິດຕາມດ້ວຍການ tweet ຂໍໂທດກັບກອງເຊຍບານຂອງ ແມັກໄກວ ຫຼັງຈາກແມນຢູ ເສຍໃຫ້ກັບ ແມນເຊັສເຕີ ຊິຕີ 2-0 ເມື່ອວັນທີ 7 ພະຈິກ.

ຢ່າງໃດກໍຕາມ Offcom ຢືນຢັນວ່າ ສ່ວນໃຫຍ່ຂອງຜູ້ໃຊ້ Twitter ຈະໂພສຂໍ້ຄວາມໃນທາງບວກຫຼາຍກວ່າ ຈາກອັດຕາສ່ວນ 57% ທີ່ຍ້ອງຍໍນັກເຕະ 27% ໂພສແບບເປັນກາງ 12% ເປັນການຕໍານິວິຈານ ແລະ ມີພຽງແຕ່ 3,5% ເທົ່ານັ້ນທີ່ໂພສຄໍາສາບແຊ່ງ.

LEAVE A REPLY

Please enter your comment!
Please enter your name here