Calciomercato ສື່ໃນອີຕາລີລາຍງານວ່າ ເຊວຊີ ສະໂມສອນຈາກ ພຣີເມຍລີກ ອັງກິດ ສົນໃຈນັກເຕະ 3 ຄົນຂອງ ອິນເຕີ ມິລານ ເຊິ່ງມີມູນຄ່າລວມກັນປະມານ 130 ລ້ານເອີໂຣ.

ເຊວຊີ ຍັງຄົງສືບຕໍ່ທີ່ຈະເສີມສ້າງທີມຂອງພວກເຂົາໃນລະດູຮ້ອນນີ້ ແລະ ສື່ໃນອີຕາລີລາຍງານວ່າ ພວກເຂົາກຽມຍື່ນຂໍ້ສະເໜີໃຫ້ກັບ 3 ນັກເຕະຂອງທີມ ອິນເຕີ ມິລານ ທີ່ມີມູນຄ່າລວມກັນປະມານ 130 ລ້ານເອີໂຣ.

ໂດຍລາຍງານລະບຸວ່າ ນັກເຕະທັງ 3 ຄົນ ປະກອບດ້ວຍ ກອງຫຼັງ ມິລານ ສະຄຣີເນຍ ກອງຫຼັງຕົວກາງ ເດນເຊວ ດຸມຟຣາຍ ແລະ ກອງກາງດາວຮຸ່ງຢ່າງ ເຊຊາເຣ ຄາຊາເດ.

ຖ້າຫາກ ເຊວຊີ ສາມາດບັນລຸຂໍ້ຕົກລົງໃນການຄວ້າຕົວນັກເຕະທັງ 3 ຄົນໄດ້ ພວກເຂົາຈະຕ້ອງຈ່າຍເງິນປະມານ 130 ລ້ານເອີໂຣເປັນຄ່າຕົວ.

ທັງນີ້ ທີມດັງຈາກນະຄອນຫຼວງ ລອນດອນ ເຄີຍຊື້ ໂຣເມລູ ລູກາກູ ຈາກ ອິນເຕີ ມິລານ ໃນໄລຍະລະດູຮ້ອນທີ່ຜ່ານມາ ໃນລາຄາ 113 ລ້ານເອີໂຣ ກ່ອນທີ່ຈະປ່ອຍໃຫ້ທີມ ອິນເຕີ ມິລານ ຢືມມາໃຊ້ງານໃນລະດູການນີ້ ດ້ວຍຄ່າຢືມພ້ອມເງິນໂບນັສປະມານ 10 ລ້ານເອີໂຣເທົ່ານັ້ນ.

LEAVE A REPLY

Please enter your comment!
Please enter your name here