ໜັງສືພິມໃນແອັດສະປາຍ El Periodico ໄດ້ເປີດເຜີຍວ່າ ຣິວ ມາດຣິດ ພ້ອມທຸ່ມເທສຸດກໍາລັງເພື່ອຄວ້າລາຍເຊັນຂອງ ຈູດ ເບວລິງແຮມ ກອງກາງ ໂບຣຸສເຊຍ ດອດມຸນ ໃນລະດູຮ້ອນໜ້າ.

ຫຼາຍສະໂມສອນທົ່ວເອີຣົບ ຈັບຕາເບິ່ງພັດທະນາການຂອງນັກເຕະທີມຊາດອັງກິດໃນເວລານີ້ ໂດຍມີຂ່າວວ່າ ດອດມຸນ ພ້ອມທີ່ຈະຂາຍເຂົາອອກໃນປີ 2023.

ລິເວີພູລ ຕົກເປັນຂ່າວວ່າໝາຍໝັ້ນປັ້ນມືຢາກໄດ້ດາວເຕະອາຍຸ 19 ປີມາຄຸມແດນກາງຫຼັງຈົບລະດູການນີ້ ເພາະ ເຈິເກນ ຄລັອບ ຊື່ນຊອບນັກເຕະເປັນຢ່າງຍິ່ງ.

ເຖິງຢ່າງໃດກໍຕາມ ມີລາຍງານວ່າ ຣິວ ມາດຣິດ ພ້ອມທີ່ຈະທຸ່ມສຸດກໍາລັງເພື່ອເຊັນສັນຍາ ເບວລິງແຮມ ທີ່ມີຄ່າຕົວ 120 ລ້ານເອີໂຣ ມາເສີມຄວາມແຂງແກ່ນໃຫ້ໄດ້.

ມີການລະບຸອີກວ່າ ຄາໂລ ອັນເຊລັອດຕິ ຜູ້ຈັດການຊາວອີຕາລີ ກໍຊື່ນຊອບຝີຕີນຂອງນັກເຕະຄົນນີ້ເປັນຢ່າງຍິ່ງ ເຊັ່ນດຽວກັນກັບ ເອນຣິກ ນັກເຕະດາວຮຸ່ງຊາວບຣາຊິນ.

ຢ່າງໃດກໍຕາມ ຍັງມີທີມໃຫຍ່ຢ່າງ ແມນເຊັສເຕີ ຊິຕີ, ແມນເຊັສເຕີ ຢູໄນເຕັດ, ເຊວຊີ ແລະ ບາເຢິນ ມິວນິກ ທີ່ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ.

LEAVE A REPLY

Please enter your comment!
Please enter your name here