ກຸ້ງແມ່ນອາຫານທະເລທີ່ຫຼາຍຄົນມັກ ແຕ່ກໍ່ມີຫຼາຍຄົນທີ່ມີອາການແພ້ກຸ້ງໄດ້ເຊັ່ນດຽວກັນ ຊຶ່ງກຸ້ງເປັນອາຫານທະເລທີ່ມີອາການແພ້ຫຼາຍກ່ວາອາຫານທະເລອື່ນໆ.

ມື້ນີ້ພວກເຮົາຈະມາຕອບອາການແພ້ກຸ້ງວ່າມີອາການຫຍັງແດ່? ແລະ ພວກເຮົາຄວນກິນກຸ້ງ ໂດຍບໍ່ມີອາການແພ້ຄວນເຮັດແນວໃດ? ອາການແພ້ກຸ້ງສ່ວນໃຫຍ່ແມ່ນເກີດຂື້ນຫຼັງຈາກທີ່ພວກເຮົາໄດ້ກິນກຸ້ງປະມານ 1-2 ຊົ່ວໂມງ, ອາການແພ້ກຸ້ງແມ່ນສັງເກດເຫັນຫຼາຍ ເຊັ່ນວ່າ: ເປັນຜືນຂື້ນຕາມຕົນໂຕ ແລະ ຈະມີອາການຄັນຫຼາຍ, ຕັນດັງ, ປາກບວມ, ປວດຮາກ, ຖອກທ້ອງ ແລະ ຖ້າມີອາການແພ້ຫຼາຍຈະຫາຍໃຈບໍ່ອອກ ໃນກໍລະນີທີ່ມີອາການແພ້ຮຸນແຮງອາດເຮັດໃຫ້ເກີດອາການຊ໊ອກໝົດສະຕິ ແລະ ເສຍຊີວິດໄດ້.

ສາເຫດທີ່ເຮັດໃຫ້ແພ້ ເນື່ອງຈາກວ່າກຸ້ງປະກອບມີສານກໍ່ໃຫ້ເກີດການພູມແພ້ ຊື່ງແມ່ນທາດໂປຼຕີນ hemocyanin ມັກຈະພົບເຫັນສ່ວນຫຼາຍແມ່ນຢູ່ໃນກ້າມກຸ້ງ ແລະ ສານໂປຼຕີນລີພິດບາຍດີງ, ທາດໂປຼຕີນຈາກ alpha-actin ມັກຈະພົບເຫັນຢູ່ໃນກຸ້ງຫຼາຍ ເມື່ອມີອາການແພ້ສິ່ງທຳອິດທີ່ເຮົາຄວນເຮັດແມ່ນຊອກຮູ້ວ່າເຮົາມີອາການແພ້ກຸ້ງທະເລ ຫຼື ກຸ້ງນໍ້າຈືດ ຫຼື ແພ້ອາຫານທະເລທຸກຊະນິດບໍ່? ຖ້າເຮົາແພ້ແຕ່ສະເພາະສັດເປືອກແຂງ ຄວນຈະຫຼີກລ້ຽງອາຫານທີ່ພວກເຮົາມີອາການແພ້ ແລະ ງ່າຍຕໍ່ການຮັກສາເມື່ອມີອາການແພ້.

ເມື່ອມີອາການແພ້ ແລະ ເກີດອາການຄັນ ຄວນທາຢາແກ້ຄັນເພື່ອໃຫ້ບັນເທົາອາການ ເຊັ່ນ: ຢາຄາລາໄມ ຫຼື ໃຫ້ສັງເກດອາການຖ້າມີອາການຄັນຫຼາຍ, ມີຕຸ່ມຜື່ນແດງຕາມຜິວໜັງທົ່ວຮ່າງກາຍໃຫ້ໄປພົບແພດໂດຍດ່ວນ ແລະ ການຮັກສາດ້ວຍຢາແມ່ນພຽງແຕ່ການປິ່ນປົວເບື້ອງຕົ້ນເທົ່ານັ້ນ ເພື່ອຄວາມປອດໄພ ແລະ ການປ້ອງກັນຈາກອັນຕະລາຍ ທ່ານຄວນຮູ້ວ່າອາຫານທີ່ມີອາການແພ້ ແລະ ຄວນຫຼີກລ້ຽງການກິນ.

LEAVE A REPLY

Please enter your comment!
Please enter your name here