Friday, September 20, 2024
Homeຂ່າວຕ່າງປະເທດຈີນ ຈະ​ຈັດ​ງານ​ວາງສະ​ແດງ​ການບິນຄັ້ງທີ14

ຈີນ ຈະ​ຈັດ​ງານ​ວາງສະ​ແດງ​ການບິນຄັ້ງທີ14

ຕາມ​ຂ່າວ​ຈາກ CRI, ຈີນ ຈະ​ຈັດ​ງານ ​ວາງສະ​ແດງ ​ການບິນ ຄັ້ງທີ14 ຢູ່​ສູນ​ວາງສະ​ແດງ​ ການບິນ​ ສາກົນ ຈູ່​ໄຫ ລະຫວ່າງ​ ວັນ​ທີ8-13ພະຈິກ​ ປີ​ນີ້. ປັດຈຸບັນ, ວຽກງານ ກະກຽມ ງານວາງ ສະແດງ ດັ່ງກ່າວ ພວມດຳເນີນໄປ ຢ່າງເປັນລະບຽບ. ເນື້ອທີ່ ວາງສະແດງ ໃນຮົ່ມ ຂອງງານ ວາງສະແດງ ການບິນ ໃນຄັ້ງນີ້ ປະມານ 100.000 ຕາ​ແມັດ ໂດຍມີ ບັນດາ ວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ 700 ກວ່າແຫ່ງ ທີ່ມາຈາກ 40 ກວ່າປະເທດ ເຊັ່ນ: ສ.ອາເມຣິກາ, ອັງກິດ, ເຢຍລະມັນ ແລະ ປະ​ເທດອື່ນໆອີກ ຢືນຢັນ ຈະເຂົ້າຮ່ວມ.

ໃນງານ ວາງສະແດງ ການບິນຄັ້ງນີ້ ກອງສະແດງ ການບິນ “ທີ 1 ສິງຫາ” ຂອງກອງທັບ ອາກາດຈີນ ແລະ ກອງສະແດງ ການບິນ “ແຫລວແດງ” ຂອງມະຫາ ວິທະຍາໄລ ການບິນ ກອງທັບ ອາກາດຈີນ ຈະມີການສະແດງ ລີລາການບິນ ອີກຄັ້ງໜຶ່ງ, ສ່ວນກອງທັບບົກຈີນ ຈະສົ່ງ​ເຮີ​ລີ​ກົບ​ແຕ້ ເຂົ້າຮ່ວມການ ສະແດງ ເປັນຄັ້ງທຳອິດ ​ແລະ ຈະສືບຕໍ່ ປະຕິບັດຮູບ ແບບວາງສະແດງ ອິນ​ເຕີ​ເນັດ ​ແລະ ​ເຂົ້າຊົມ​ງານ​ ຕົວ​ຈິງ “Online + Offline” ແລະ ຄາດວ່າ ຈະເລີ່ມຈຳໜ່າຍປີ້ເຂົ້າຊົມ ໃນເດືອນ ກັນຍາ ປີນີ້.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments