(ສພຊ) ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຖະບານຢູ່ຂັ້ນທ້ອງຖິ່ນຕາມກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

(ສະບັບປັບປຸງ) ພ້ອມທັງເປັນການລົງເຄື່ອນໄຫວເກັບກຳຂໍ້ມູນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງແຕ່ລະເມືອງ ກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຖະບານຢູ່ຂັ້ນທ້ອງຖິ່ນ ເພື່ອເປັນຖານຂໍ້ມູນໃນການເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II.

ໃນວັັນທີ 30-31 ກໍລະກົດ ຜ່ານມານີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຢູ່ເຂື່ອນໄຟຟ້າເຊລະນອງ1 ເມືອງພິນ ແລະ ບໍລິສັດ ຊັນເປເປີ ເມືອງເຊໂປນ ແຂວງສະຫວັນນະເຂດ ເຂົ້າຮ່ວມ ມີທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ (ສສສ) ປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ, ຕາງໜ້າຈາກເຂື່ອນໄຟຟ້າເຊລະນອງ 1 ແລະ ບໍລິສັດ ຊັນເປເປີໂຮນດິ້ງລາວ ຈຳກັດ.

ການເຄື່ອນໄຫວເຮັດວຽກຄັ້ງນີ້ ຄະນະໄດ້ຮັບຟັງການລາຍງານ ການເຄື່ອນໄຫວໂດຍຫຍໍ້ຂອງທັງສອງພາກສ່ວນຄື: ເຂື່ອນໄຟຟ້າເຊລະນອງ1 ເປັນໜຶ່ງໃນບັນດາໂຄງການທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຮັບອະນຸຍາດຈາກລັດຖະບານ ສປປ ລາວ ໂດຍມີການລົງທຶນຈາກພາກເອກະຊົນ. ເຂື່ອນດັ່ງກ່າວສາມາດຜະລິດກະແສໄຟຟ້າສະເລ່ຍຕໍ່ປີ 268,23 Gwh ຕໍ່ປີ ເພື່ອສະໜອງໄຟຟ້າໃຫ້ແກ່ຜູ້ຊົມໃຊ້ພາກໃຕ້ຂອງ ສປປ ລາວ ເຮັດໃຫ້ລະບົບໄຟຟ້າໃນເຂດພາກໃຕ້ມີສະຖຽນລະພາບ ແລະ ຍັງສາມາດສົ່ງຂາຍອອກນອກປະເທດໄດ້, ໂຄງການດັ່ງກ່າວມີກຳລັງຕິດຕັ້ງ 70 MW ເປັນເຂື່ອນແບບ RCC Gravity Dam ມີລວງສູງ 64,5 ແມັດ, ລວງຍາວຂອງສັນເຂື່ອນ 469,3 ລວງ ກວ້າງຂອງສັນເຂື່ອນ 6 ແມັດ, ເນື້ອທີ່ອ່າງໂຕ່ງນໍ້າຝົນ 2.879 ກິໂລແມັດ ແລະ ມີເນື້ອທີ່ອ່າງເກັບນ້ຳຝົນ 28,526 ກິໂລຕາແມັດ ຊຶ່ງສາມາດກັກເກັບນ້ຳໄດ້ທັງໝົດ 880.940.000 ແມັດກ້ອນ ໃຊ້ເວລາການກໍ່ສ້າງ 60 ເດືອນ; ລາຄາຂາຍໄຟຟ້າໃນໄລຍະສຳປະທານໄຟຟ້າ 0,065 USD\kwh ເປັນລາຄາຂາຍໄຟສະເລ່ຍຕະຫຼອດ ໄລຍະສຳປະທານ 25 ປີ ຊຶ່ງໂຄງການໄດ້ດຳເນີນການຜະລິດໄຟຟ້າໃນທ້າຍປີ 2019 ລວມມູນຄ່າການກໍ່ສ້າງທັງໝົດ 163.360.000 ໂດລາ. ສຳລັບການກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ໂຄງການໄດ້ສ້າງທາງແຕ່ບ້ານປາຈາຕຽນຫາບ້ານຈັດສັນ ກວ້າງ 6 ແມັດ ຍາວ 7,5 ກິໂລແມັດ ແລະ ສ້າງທາງຕັດເປັນຕາຜ້າຢູ່ພາຍໃນແຕ່ລະບ້ານບຸກເບີກເນື້ອທີ່ປຸກສ້າງເຮືອນໃຫ້ປະຊາຊົນທີ່ຖືກຜົນກະທົບຈໍານວນ 88 ຫຼັງ, ໃນນັ້ນມີສອງບ້ານຄື: ບ້ານລອຍນ້ຳ ຈຳນວນ 32 ຫຼັງ ແລະ ບ້ານລະເບົານາ ຈຳນວນ 56 ຫຼັງ. ນອກນັ້ນ, ຍັງໄດ້ສ້າງສິ່ງອຳນວຍຄວາມສະດວກຕ່າງໆເປັນຕົ້ນ: ສ້າງໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ, ຫ້ອງການບ້ານ, ເຮືອນພັກຄູ ແລະ ອື່ນໆ.

ສ່ວນ ບໍລິສັດ ຊັນເປເປີໂຮນດິ້ງລາວ ຈຳກັດ ໄດ້ຈົດທະບຽນຢູ່ລາວໃນປີ 2008, ໄດ້ເຊັນສັນຍາວ່າດ້ວຍການພັດທະນາໂຄງການປູກໄມ້ອຸດສາຫະກຳ ແລະ ສ້າງຕັ້ງໂຮງງານຜະລິດເຫຍື່ອເຈ້ຍ ແລະ ເຈ້ຍຄົບວົງຈອນກັບລັດຖະບານລາວໃນປີ 2009; ປັດຈຸບັນ ການລົງທຶນໃນລາວບັນລຸໄດ້ 9.139,4 ຕື້ກີບ (ເທົ່າກັບ 1.069.000.000 ໂດລາ), ເນື້ອທີ່ປູກໄມ້ມີ 38.823 ເຮັກຕາ ແລະ ບັນລຸສະມັດຖະພາບການຜະລິດເຈ້ຍ ແລະ ເຫຍື່ອເຈ້ຍໄດ້ 1.500.000 ໂຕນ/ປີ. ບໍລິສັດໄດ້ເລີ່ມຈັດຕັ້ງປະຕິບັດໂຄງການປູກໄມ້ ຜະລິດເຫຍື່ອ ແລະ ເຈ້ຍຄົບວົງຈອນໃນປີ 2008 ແລະ ໄດ້ປະຕິບັດຢ່າງຈິງຈັງໃນຮູບແບບ 2+3 ແລະ 1+4 ແບບຮ່ວມມືກັບປະຊາຊົນ, ຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນປູກໄມ້ວິກເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ, ປັດຈຸບັນໄດ້ສຳເລັດເນື້ອທີ່ປູກໄມ້ 38.823 ເຮັກຕາ, ໃນນັ້ນເນື້ອທີ່ປູກໄມ້ຮ່ວມມືກັບປະຊາຊົນກວມ 9 ພັນເຮັກຕາ; ບໍລິສັດຮັບຊື້ໄມ້ໃນລາຄາ 360.000 ກີບ/ໂຕນ, ເຮັກຕາໜຶ່ງໄດ້ໄມ້ປະມານ 150 ໂຕນ ເທົ່າກັບເຮັກຕາໜຶ່ງໄດ້ 54 ລ້ານກີບ ຖ້າຫາກປູກ 10 ພັນເຮັກຕາ, 6 ປີຕັດເທື່ອໜຶ່ງ ປີໜຶ່ງຈະມີລາຍຮັບ 90 ຕື້ກີບ ສາມາດສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ນຳໃຊ້ດິນເປົ່າວ່າງເພື່ອພັດທະນາໃຫ້ເກີດຜົນປະໂຫຍດ.

ຈາກນັ້ນ, ທ່ານຮອງປະທານສະພາ ກໍໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍທີ່ໂຄງການເຂື່ອນໄຟຟ້າເຊລະນອງ1 ໄດ້ມີການຊົດເຊີຍໃຫ້ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບ, ແຕ່ກໍຍັງມີຄວາມເປັນຫວ່ງກ່ຽວກັບຜົນກະທົບທາງດ້ານສິ່ງແວດລ້ອມ ຊີວະນາໆພັນ, ປູປານານ້ຳ ເຮັດແນວໃດຈະໃຫ້ສະພາບກັບມາສົມບູນຄືເກົ່າ; ໃຫ້ເອົາໃຈໃສ່ຕື່ມກ່ຽວກັບຄອບຄົວທີ່ຖືກຜົນກະທົບຈາກການກໍ່ສ້າງເຂື່ອນ ໃນເມື່ອໄດ້ມີການຈັດສັນທີ່ຢູ່ອາໄສທີ່ໝັ້ນຄົງໃຫ້ພວກເຂົາເຈົ້າແລ້ວ ກໍຢາກໃຫ້ຊ່ວຍສ້າງວຽກເຮັດງານທຳແບບຖາວອນໃຫ້ພວກເຂົາເຈົ້າ ສາມາດກຸ້ມຢູ່ກຸ້ມກິນດ້ວຍຕົນເອງ. ສຳລັບ ບໍລິສັດ ຊັນເປເປີໂຮນດິ້ງລາວ ຈຳກັດ ຂໍສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່ໃນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະ ບໍລິສັດ ໄດ້ມີຮູບການການຮ່ວມມື 2+3 ແລະ 1+4 ຖືວ່າເປັບຮູບການທີ່ແທດ ເໝາະກັບປະຊາຊົນໃນພື້ນທີ່ ປະຊາຊົນມີລາຍໄດ້ທີ່ສູງຂຶ້ນ; ສະແດງຄວາມຊົມເຊີຍທີ່ບໍລິສັດໄດ້ຈ່າຍພັນທະໃຫ້ລັດຖະບານລາວຢ່າງເປັນປົກກະຕິ, ໄດ້ມີສ່ວນຊ່ວຍໃຫ້ທ້ອງຖິ່ນພັດທະນາເສດຖະກິດ-ສັງຄົມດີຂຶ້ນເທື່ອລະກ້າວ; ພ້ອມນັ້ນ, ກໍຍັງມີຄວາມເຊື່ອໝັ້ນວ່າໃນຕໍ່ໜ້າການພັດທະນາສີມືແຮງງານຂອງຄົນລາວນີ້ກໍຈະໄດ້ຮັບການປັບປຸງດີຂຶ້ນ ເພາະບໍລິສັດໄດ້ຕັ້ງເປົ້າໝາຍໄວ້ໃນຕໍ່ໜ້າວ່າພະນັກງານຄົນລາວຈະໃຫ້ກວມ 90% ຂອງພະນັກງານທັງໝົດ ຊຶ່ງຈະເປັນການຊ່ວຍໃຫ້ແກ່ການສ້າງສາຊັບພະຍາກອນມະນຸດ ນອກຈາກເປັນແຮງງານໃນໄລຍະຕົ້ນແລ້ວ ກໍຢາກໃຫ້ມີຄວາມໝັ້ນຄົງແບບຖາວອນ, ມີການພັດທະນາສີມືໄປເລື້ອຍໆ ເຮັດໃຫ້ແຮງງານລາວໄດ້ມີວຽກເຮັດງານທຳຢູ່ໃນປະເທດຂອງຕົນ ຫຼຸດຜ່ອນການອອກໄປໃຊ້ແຮງງານຢູ່ຕ່າງປະເທດ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here