ຂ່າວຈາກ CRI: ຫວ່າງບໍ່ດົນມານີ້, ອົງການສະຖິຕິສະຫະພາບເອີລົບໄດ້ເຜີຍ ແຜ່ຂໍ້ມູນໃນເບື້ອງຕົ້ນໂດຍສະແດງໃຫ້ເຫັນວ່າ, ໂດຍຜ່ານການປັບປຸງໃນລະດູການ, ໃນໄຕມາດທີ 2 ຂອງປີ 2022 ນີ້ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງເຂດທີ່ໃຊ້ເງິນເອີໂຣໄດ້ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ໄຕມາດທີ 1, GDP ຂອງສະຫະພາບເອີລົບໄດ້ເພີ່ມຂຶ້ນ 0,6%.

ນັກວິເຄາະເຫັນວ່າ, ເຖິງວ່າໃນໄຕມາດທີ 2 ໄດ້ມີການເຕີບໂຕ, ແຕ່ຄຽງຄູ່ກັບປະສິດທິຜົນທີ່ເສດ ຖະກິດຟື້ນຄືນຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນໄດ້ຫຼຸດໜ້ອຍລົງ, ວິກິດການດ້ານພະລັງ ງານ, ໄພເງິນເຟີ້ທີ່ໜັກໜ່ວງ ແລະ ນະໂຍບາຍເງິນຕາທີ່ຮັດກຸມຂຶ້ນ ຊຶ່ງມີຄວາມກົດດັນ 3 ດ້ານສະຫຼັບສັບຊ້ອນກັນ ອາດຈະເພີ່ມຄວາມວິຕົກກັງວົນຕໍ່ເສດຖະກິດເອີຣົບຊຸດໂຊມລົງ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here