ຂ່າວຈາກ CRI: ວັນທີ 1 ສິງຫາ 2022, ສະຫະພາບເອີຣົບເລີ່ມປະຕິບັດສັນຍາວ່າດ້ວຍການຫຼຸດຜ່ອນການໃຊ້ອາຍແກັສທຳມະຊາດດ້ວຍຄວາມສະໝັກໃຈ ທີ່ໄດ້ຜ່ານຮັບຮອງໃນເດືອນກໍລະກົດຜ່ານມານັ້ນຢ່າງເປັນທາງການ.

ອີງຕາມສັນຍາສະບັບນີ້, ລະຫວ່າງວັນທີ 1 ສິງຫາປີນີ້ ຫາ ວັນທີ 31 ມີນາປີໜ້າ, ປະເທດສະມາຊິກສະຫະພາບເອີຣົບຜ່ານຈາກມາດຕະການທີ່ປະເທດຕົນເລືອກປະຕິບັດນັ້ນ, ຈະຫຼຸດຜ່ອນຄວາມຕ້ອງການອາຍແກັສທຳມະຊາດໃຫ້ໜ້ອຍລົງ 15% ເມື່ອທຽບໃສ່ປະລິມານການນຳໃຊ້ສະເລ່ຍໃນ 5 ປີຜ່ານມາ. ກ່ອນໜ້ານີ້, ສະພາມົນຕີສະຫະພາບເອີຣົບໄດ້ຢືນຢັນວ່າ: ການຫຼຸດຜ່ອນຄວາມຕ້ອງການດ້ານອາຍແກັສທຳມະຊາດແມ່ນເພື່ອຫຼຸດຜ່ອນຕົ້ນທຶນກ່ອນທີ່ລະດູໜາວຈະມາເຖິງ ແລະ ກຽມຄວາມພ້ອມເພື່ອຮັບມືກັບກໍລະນີທີ່ຣັດເຊຍອາດຈະຢຸດການສະໜອງ ອາຍແກັສທຳມະຊາດ.

ເພື່ອຫຼຸດຜ່ອນປະລິມານການໃຊ້ອາຍແກັສທຳມະຊາດ, ໃນໄລຍະມໍ່ໆມານີ້, ປະເທດຈຳນວນຫຼາຍໃນເອີຣົບໄດ້ພາກັນປະກາດເປີດນຳໃຊ້ໂຮງງານໄຟຟ້າ ຖ່ານຫີນຄືນໃໝ່ ຫຼື ປະຕິບັດມາດຕະການສະໜັບສະໜູນໄຟຟ້າຖ່ານຫີນ. ແຕ່ວ່າ ອີງຕາມສັນຍາວ່າດ້ວຍການລົງໂທດຕໍ່ຣັດເຊຍຮອບທີ 5 ຊຶ່ງສະຫະພາບເອີ ຣົບໄດ້ຕົກລົງກັນໃນກ່ອນໜ້ານີ້, ເອີຣົບຈະຢຸດການຈັດຊື້, ນຳເຂົ້າ ຫຼື ການຂົນສົ່ງຖ່ານຫີນພ້ອມດ້ວຍເຊື້ອໄຟຟອດຊິວທີ່ເປັນວັດຖຸແຂງອື່ນໆ ທີ່ຜະລິດຈາກຣັດເຊຍ ຫຼື ສົ່ງອອກຈາກຣັດເຊຍນັບແຕ່ເດືອນສິງຫານີ້ເປັນຕົ້ນໄປ

LEAVE A REPLY

Please enter your comment!
Please enter your name here