ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 30 ກໍລະກົດ ຜ່ານມາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານການໂອ້ລົມສົນທະນາກັບສະມາ ຄົມວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ, ໂດຍຫ້ອງວ່າການລັດຖະບານ ຫວຽດນາມ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຕັ້ງຂຶ້ນດ້ວຍຮູບແບບທາງໄກ ໄດ້ເຊື່ອມຕໍ່ກັບບັນດາສະ ຖານທີ່ຢູ່ບາງແຂວງ, ນະຄອນ ແລະ 40 ສະຖານທີ່ເຊື່ອມຕໍ່ກັບບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດ ນາມ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນການໂອ້ລົມສົນທະນາ, ທ່ານ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ຫວຽດ ນາມ ແລະ ສ. ເກົາຫຼີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 22/12/1992. ພາຍຫຼັງ 30 ປີ, ການພົວພັນ ຫວຽດນາມ – ສ.ເກົາຫຼີ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ແທດຈິງ, ຮອບດ້ານ, ບຸກທະລຸທັງດ້ານສອງຝ່າຍ, ຫຼາຍຝ່າຍ ແລະ ຫຼາຍຂົງເຂດການຮ່ວມມືທີ່ແຕກຕ່າງກັນ. ສອງຝ່າຍໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ. ທ່ານຍັງຮຽກຮ້ອງໃຫ້ບັນດາຜູ້ແທນ ແລກປ່ຽນຢ່າງກົງໄປກົງມາ, ເປີດອົກເປີດໃຈ, ສະເໜີຢ່າງແທດຈິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ລົງທຶນ – ການຄ້າລະຫວ່າງສອງປະເທດ. ຕົວແທນບັນດາສະມາຄົມວິສາຫະກິດ ສ.ເກົາຫຼີ ຄວນຍົກອອກບັນຫາຕິດຂັດ, ຫຍຸ້ງຍາກ ເພື່ອຜະລິດ, ດຳເນີນທຸລະກິດ, ບັນດາຂໍ້ລິເລີ່ມກ່ຽວກັບວິໄສທັດ, ການເຄື່ອນໄຫວຍຸດທະສາດຂອງຕົນ, ໂດຍສະເພາະແມ່ນຍົກສູງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ; ຜ່ານນັ້ນ, ປະກອບສ່ວນຊຸກຍູ້ການພົວພັນສອງປະເທດ ແລະ ປະກອບສ່ວນເຮັດໃຫ້ສອງປະເທດ ນັບມື້ນັບຮຸ່ງ ເຮືອງເຂັ້ມແຂງ ແລະ ວັດທະນາຖາວອນ, ປະຊາຊົນຂອງສອງປະເທດນັບມື້ນັບມີຄວາມອີ່ມໜຳສຳລານ ແລະ ສົມບູນພູນສຸກ.

LEAVE A REPLY

Please enter your comment!
Please enter your name here