ຕາມ​ຂ່າວ​ຈາກ VOVWORLD, ວັນທີ 01 ສິງຫານີ້, ທ່ານ ຫງວຽນ ຊວັນຟຸກ, ປະທານ ປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Nikolaos Dendias, ລັດຖະມົນຕີ ການຕ່າງປະເທດ ​ເກຣັກ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.​ໃນ​ໂອກາດ​ນີ້ ທ່ານ ຫງວຽນ ຊວັນຟຸກ ​ໄດ້​ສະ​ແດງ ຄວາມຊົມເຊີຍ ຕໍ່​ລັດຖະບານ ​ເກຣັກ ທີ່ໄດ້ມອບເງິນ 50.000 ເອີໂຣ ໃຫ້ກອງທຶນ Olympic ຫວຽດນາມ, ພ້ອມທັງ ຂອບໃຈ ຕໍ່​ລັດຖະບານ ​ເກຣັກ ໄດ້ໜູນຊ່ວຍ ວັກຊິນ ປ້ອງກັນ ໂຄວິດ-19 ຈຳນວນ 250.000 ໂດສ ໃຫ້ແກ່ ຫວຽດນາມ ໃນທ້າຍປີ 2021 ​ແລະ ໄດ້ຕີລາຄາສູງ ໝາກຜົນ ການເຈລະຈາ ລະຫວ່າງ ລັດຖະມົນຕີ ການຕ່າງປະເທດ 2 ທ່ານ ແລະ ສະເໜີ ໃຫ້ 2 ຝ່າຍ ຈົ່ງສືບຕໍ່ ເພີ່ມທະວີ ການແລກປ່ຽນ ຄະນະ ຜູ້ແທນ ຂັ້ນສູງ, ສະໜັບ ສະໜູນ ເຊິ່ງກັນ ແລະ ກັນ ຢູ່ເວທີປາໄສ ຫລາຍຝ່າຍ ແລະ ສາກົນ; ສ້າງບາດກ້າວ ຫັນປ່ຽນ ຢ່າງແຮງ ໃນການຮ່ວມມື ໃນຂົງເຂດ ເສດຖະກິດ, ການຄ້າ, ການປ້ອງກັນຊາດ, ຮ່ວມມື ທ້ອງຖິ່ນ, ພົວພັນ ແລກປ່ຽນ ປະຊາຊົນ; ຊຸກຍູ້ການ ເຈລະຈາ ລົງນາມ ໃນສັນຍາຂົນສົ່ງ ທາງທະເລ ໃນໄລຍະຈະມາເຖິງ. ສ່ວນ ທ່ານ Nikolaos Dendias ໄດ້ແຈ້ງໃຫ້ ຊາບກ່ຽວກັບ ໝາກຜົນ ການເຈລະຈາ ທີ່ບັນລຸຜົນ ສຳເລັດກັບ ທ່ານ ບຸຍແທັງເຊີນ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໃນນັ້ນ ໄດ້ເປັນເອກະພາບ ຢ່າງສູງ ຕໍ່ທັດສະນະ ກ່ຽວກັບ ການເຄົາລົບ ສົນທິ ສັນຍາ ຂອງສະຫະ ປະຊາຊາດ ກ່ຽວກັບ ກົດໝາຍວ່າ ດ້ວຍທະເລປີ 1982. ພ້ອມ​ທັງ ແລກປ່ຽນ ມາດຕະການ ຊຸກຍູ້ ການຮ່ວມມື 2 ຝ່າຍ ໃນຂົງເຂດ ການເມືອງ-ການຕ່າງປະເທດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ວັດທະນະທຳ, ທ່ອງທ່ຽວ, ການຍົກຍ້າຍ ຜິດກົດໝາຍ. ທ່ານ ບຸຍແທັງເຊີນ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ສະເໜີ ໃຫ້ກ້າວໄປເຖິງ ການລົງ ນາມ ໃນສັນຍາ ຂົນສົ່ງ ທາງທະເລ ແລະ ສັນຍາ ຫລີກລ້ຽງ ການເກັບ ພາສີຊ້ອນ; ປາດຖະໜາວ່າ ​ເກຣັກ ຂົນຂວາຍ ສະຫະພາບ ເອີຣົບ ຍົກເລີກ ບັດເຫລືອງ ສຳລັບ ຜະລິດ ຕະພັນ ສິນໃນນ້ຳ ຂອງຫວຽດນາມ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here