ໃນວັນທີ 01 ສິງຫາ 2022 ນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມວຽກງານ ການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap, ຂຶ້ນທີ່ ຫ້ອງປະຊຸມຂອງຫ້ອງວ່າການ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊິ ແລະ ການສື່ສານ, ມີທ່ານ ພູແກ້ວ ອິນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊສົມບູນ ພ້ອມດ້ວຍຕາງໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ 6 ແຂວງພາກກາງ (ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ) ຕະຫຼອດຮອດຄະນະຈາກສູນບໍລິຫານລັດດິຈິຕອນ ແລະ ຄະນະຈາກ ໂຄງການພັດທະນາສະຫະປະຊາຊາດ ( UNDP ) ລວມທັງໝົດ 100 ກວ່າທ່ານ ເຂົ້າຮ່ວມ.


ໃນກອງປະຊຸມຄັ້ງນີ້ທ່ານ ປອ ທະວີສັກ ມະໂນທັມ ໄດ້ເຜີຍແຜ່ຜົນການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (Digital Maturity Assessment (DMA)) ທີ່ໄດ້ສຶກສາຮ່ວມກັບຊ່ຽວຊານ ແລະ ສຳຫຼວດເກັບກຳຂໍ້ມູນ ເພື່ອຮ່າງແຜນພັດທະນາ ລັດຖະບານດິຈິຕອນ (Digital Government Master Plan) ພາຍໃຕ້ໂຄງການຮ່ວມມືກັບ UNDP ເພື່ອສົ່ງເສີມການຫັນເປັນດິຈິຕອນ ຂອງພາກລັດ (Digital Government Transformation) ພ້ອມດຽວກັນນີ້ ໃນກອງປະຊຸມ ຍັງໄດ້ຮັບຟັງ ສະພາບລວມ ຂອງໂຄງການ, ການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ ແລະ ຜົນຂອງການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ພ້ອມທັງໄດ້ຮັບຮູ້ ຮ່າງແຜນພັດທະນາ Roadmap ແລະ ສໍາພາດເກັບກໍາຂໍ້ມູນ ເພື່ອປະກອບໃສ່ ຮ່າງແຜນພັດທະນາ Roadmap ຊຶ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອວິເຄາະຍຸດທະສາດກ່ຽວກັບຄວາມພ້ອມທາງດ້ານດິຈິຕອນ ຂອງບັນດາລະບົບ ການບໍລິການ ແລະ ຄວາມສາມາດດ້ານດິຈິຕອນໃນການບັນລຸວາລະ ການຫັນເປັນດິຈິຕອນ ຂອງລັດຖະບານແຫ່ງ ສປປ ລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດການຫັນເປັນດິຈິຕອນຂອງລັດຖະບານ ສາມາດເຂົ້າໃຈກ່ຽວກັບຄວາມສາມາດຂອງດິຈິຕອນ ໃນຂົງເຂດຈຸດສຸມເພື່ອການປັບປຸງແນວທາງການຫັນເປັນດິຈິຕອນ ຈາກນັ້ນໃນກອງປະຊຸມ ກໍ່ໄດ້ມີການແລກປ່ຽນ ຄຳຄິດ-ຄໍາເຫັນກັນຢ່າງກົງໄປກົງມາ ຈາກຜູ້ເຂົ້າຮ່ວມທັງໝົດ ຕໍ່ວຽກງານ ການປະເມີນຄວາມພ້ອມ ໃນການຫັນເປັນດິຈິຕອນ (Digital Maturity Assessment (DMA)) ແລະ ສຳຫຼວດເກັບກຳຂໍ້ມູນ ເພື່ອຮ່າງແຜນພັດທະນາ ລັດຖະບານດິຈິຕອນ (Digital Government Master Plan).


ໃນຕອນທ້າຍ ກອງປະຊຸມ ທ່ານ ສຸກສະຫວາດ ວົງພູມເຫຼັກ ກໍ່ໄດ້ປະກອບຄຳຄິດ-ຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກຄວາມສຳຄັນຂອງການຫັນເປັນດິຈິຕອນ ເພື່ອຫຼຸດຜ່ອນຄວາມແຕກໂຕນ ຂອງຕົວເມືອງ ແລະ ຊົນນະບົດ ເນັ້ນໃຫ້ທຸກພາກສ່ວນ ຕ້ອງເອົາໃຈໃສ່ ພັດທະນາບຸກຄະລາກອນລັດ ໃຫ້ສາມາດນຳໃຊ້ລະບົບບໍລິຫານ ແລະ ບໍລິການລັດ ໃຫ້ເກີດຜົນປະໂຫຍດສູງສຸດ ຊຶ່ງກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ ໂດຍເລີ່ມແຕ່ວັນທີ 1-2 ສິງຫາ 2022 ຈຶ່ງຈະສຳເລັດ

LEAVE A REPLY

Please enter your comment!
Please enter your name here