“The Sun” ເປີດເຜີຍວ່າ ຈອສ ເມນເດສ ຕົວແທນຂອງ ຄຣິສເຕຍໂນ ໂຣນັນໂດ ທ້າທາຍ “ແມນຢູ” ໃຫ້ຕັ້ງລາຄາດາວເຕະອາຍຸ 37 ປີມາໄດ້ເລີຍ ເພາະມີທີມສົນໃຈ ແລະ ຍື່ນຂໍ້ສະເໜີເຂົ້າມາແລ້ວຫຼາຍທີມ. ໜັງສືພິມ The Sun ຂອງອັງກິດ ລາຍງານວ່າ: ຄຣິສເຕຍໂນ ໂຣນັນໂດ ດາວເຕະຄົນດັງຂອງແມນເຊັສເຕີ ຢູໄນເຕັດ ຍັງຢືນຢັນໜັກແໜ້ນທີ່ຈະຍ້າຍອອກຈາກຖິ່ນ ໂອລ ແທຣບຟອດ ໃຫ້ໄດ້ໃນລະດູຮ້ອນນີ້ ເພື່ອຍ້າຍໄປຢູ່ກັບທີມທີ່ໄດ້ລົງຫຼິ້ນໃນ ຢູຟາ ແຊັມປຽນລີກ ໂດຍລະບຸວ່າ ຈອສ ເມນເດສ ຕົວແທນສ່ວນຕົວຂອງ ໂຣນັນໂດ ຮຽກຮ້ອງໃຫ້ “ແມນຢູ” ຕັ້ງຄ່າຕົວດາວເຕະທີມຊາດປອກຕຸຍການໃຫ້ຊັດເຈນ ເພາະຕອນນີ້ ເຂົາໄດ້ຮັບຂໍ້ສະເໜີທີ່ໜ້າສົນໃຈຈາກຫຼາຍສະໂມສອນ.

ໂຣຣັນໂດ ຫາກໍເຂົ້າໄປຫາລືກັບຜູ້ບໍລິຫານຂອງສະໂມສອນ ລວມເຖິງຜູ້ຈັດການຂອງທີມ ເອຣິກ ເທນ ຮາກ ເມື່ອວັນອັງຄານທີ່ຜ່ານມາ ແລະ ຢືນຢັນຈຸດຢືນວ່າເຂົາຕ້ອງການຍ້າຍທີມ ຂະນະທີ່ ແມນຢູ ກໍຍັງຢືນຢັນທີ່ຈະບໍ່ຂາຍຜູ້ກ່ຽວອອກໄປ ໂດຍກ່ອນໜ້ານີ້ ມີຂ່າວວ່າ ແມນຢູ ອາດຍິນຍອມປ່ອຍ ໂຣນັນໂດ ດ້ວຍສັນຍາຢືມຕົວ 1 ປີ ໂດຍມີເງື່ອນໄຂວ່າຫຼັງຈາກນັ້ນແລ້ວ ຜູ້ກ່ຽວຕ້ອງຕໍ່ສັນຍາອັດຕະໂນມັດອີກ 1 ປີ.

ຢ່າງໃດກໍຕາມ ໂຣນັນໂດ ຍັງຄົງຕ້ອງການເຈລະຈາຂໍໃຫ້ ແມນເຊສເຕີ ຢູໄນເຕັດ ຍອມຍົກເລີກສັນຍາເພື່ອປ່ອຍໃຫ້ເຂົາໄດ້ຍ້າຍທີມຕາມທີ່ຕ້ອງການ ແຕ່ກໍຖືກປະຕິເສດ ດັ່ງນັ້ນ ຈອສ ເມນເດສ ຕົວແທນຂອງ ໂຣນັນໂດ ຍັງຄົງຢືນຢັນວ່ານັກເຕະໃນຄວາມດູແລຂອງເຂົາຕ້ອງການຍ້າຍທີມ ໂດຍຫາກ ແມນຢູ ບໍ່ຍິນຍອມຍົກເລີກສັນຍາທີ່ຍັງເຫຼືອອີກ 1 ປີ ກໍຂໍໃຫ້ຕັ້ງຄ່າຕົວດາວເຕະອາຍຸ 37 ປີມາໃຫ້ຊັດເຈນ ເພາະເວລານີ້ເຂົາໄດ້ຮັບຂໍ້ສະເໜີມາຈາກຫຼາຍສະໂມສອນທີ່ສົນໃຈຢາກດຶງ ໂຣນັນໂດ ໄປຮ່ວມທີມ.

LEAVE A REPLY

Please enter your comment!
Please enter your name here