Friday, September 20, 2024
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດຈາກນ້ຳຖ້ວມຢູ່ປາກິດສະຖານເພີ່ມຂຶ້ນ100ກວ່າຄົນ

ຍອດຜູ້ເສຍຊີວິດຈາກນ້ຳຖ້ວມຢູ່ປາກິດສະຖານເພີ່ມຂຶ້ນ100ກວ່າຄົນ

ຕາມ​ຂ່າວ​ຈາກ ປາ​ກິດ​ສະຖານ,ວັນ​ທີ29 ​ກໍລະກົດ​ນີ້, ປາ​ກິດ​ສະຖານ ຜະ​ເຊີນ​ກັບ​ ນ້ຳ​ຖ້ວມ​ ຄັ້ງ​ໃຫຍ່ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 106ຄົນ ​ແລະ ບາດ​ເຈັບ 62ຄົນ ​ເນື່ອງ​ຈາກ ​ຝົນຕົກ​ໜັກ​ ​ເກືອບ​ທົ່ວ​ ທຸກ​ພາກ ​ຂອງ​ປະ​ເທດ ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະ​ ແຂວງບາ​ລູຈິ​ສຖານ ທາງ​ຕາ​ເວັນ​ຕົກ ​ສ່ຽງ​ໃຕ້ ​ເຮັດ​ໃຫ້​​​ເຮືອນ​ ປະຊາຊົນ ຈົມ​ຢູ່​ໃຕ້​ນ້ຳ ຫລາຍ​ຫລັງ ລວມທັງ ​ລະບົບ ​ພື້ນຖານ ​ໂຄງ​ລ່າງ ​ໄດ້​ຮັບ​ ຄວາມ​ເສຍ​ຫາຍ ​ເປັນ​ບໍລິ​ເວນ​ກວ້າງ.

ປັດຈຸບັນ ​ເຈົ້າໜ້າທີ​ກູ້​ໄພ ປາ​ກິດ​ສະຖານ ພວມ​ນຳ​ອາຫານ ​ແລະ ​ເຄື່ອງ​ໃຊ້​ ທີ່ຈຳ​ເປັນ​​ ໄປ​ຊ່ວຍ​ເຫລືອ ຜູ້​ໄດ້​ຮັບ​ຜົນ​ກະທົບ ​ຈາກ​ໄພພິບັດ ທາງ​ທຳ​ມະ​ຊາດ ​ໃນ​ຄັ້ງນີ້ ຢ່າງ​ຮີບ​ດ່ວນ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments