29 ກໍລະກົດ 2022, ສະຖານທູດຈີນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີ(1/8/ 1927-1/8/2022)ຢູ່ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັບຄວາມສະຫງົບ, ທ່ານ ພັນເອກພິເສດ ຫຼີປິ່ງ ທີ່ປຶກສາທູດປ້ອງກັນຊາດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນາຍ ແລະ ພົນທະຫານ ແລະແຂກຖືກເຊີນທັງສອງຝ່າຍລາວ-ຈີນເຂົ້າຮ່ວມ.

ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດລາວກ່າວວ່າ: ການພົວພັນຮ່ວມມືຂອງສອງກອງທັບລາວ-ຈີນ ໄດ້ເປັນມູນເຊື້ອແບບສະຫາຍອ້າຍນ້ອງທີ່ມີມາແຕ່ດົນນານນັ້ນ ໄດ້ສືບຕໍ່ພັດທະນາ ແລະເສີມຂະຫຍາຍຈາກຮຸ້ນນີ້ໄປສູ່ຮຸ້ນໃໝ່ທີ່ສືບທອດດີຂື້ນໄປເລື້ອຍໆ. ກອງທັບປະຊາຊົນລາວໄດ້ຖືສໍາຄັນໃນການຊ່ວຍເຫຼືອຢ່າງມີປະສິດທິຜົນຈາກພັກ, ລັດ, ກອງທັບປົດປ່ອຍປະຊາຊົນຈີນ ແລະປະຊາຊົນຈີນໃນທຸກໄລຍະຂອງການປະຕິວັດລາວ ກອງທັບປະຊາຊົນລາວຈະສືບຕໍ່ຮັດແໜ້ນສາຍພົວພັນແຫ່ງມິດຕະພາບ ແລະການຮ່ວມມືຮອບດ້ານ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໝັ້ນຄົງຍາວນານບົນຈິດໃຈ 4 ດີຄື:​ ເປັນບ້ານໃກ້ເຮືອນຄຽງທີ່ດີ,​ ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ດີ ແລະ ເປັນສະຫາຍທີ່ດີລະຫວ່າງສອງຊາດສອງກອງທັບລາວ-ຈີນ, ຈີນ-ລາວ ພວກເຮົາຈະເພີ່ມພູນຄູນສ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ໃນພິທີ,​ ທ່ານ ພັນເອກພິເສດ ຫຼີ ປິ່ງ ໄດ້ຕີລາຄາສູງໝາກຜົນແຫ່ງການແລກປ່ຽນ ແລະ ການຮ່ວມມືດ້ານການທະຫານລະຫວ່າງສອງປະເທດລາວ ແລະ ຈີນ, ແລະ ຊົມເຊີຍຢ່າງອົບອຸ່ນຕໍ່ຜົນສຳເລັດຂອງການເຄື່ອນໄຫວ “ລົດໄຟສັນຕິພາບ” ຢ່າງຈົບງາມທ່ານກ່າວວ່າ, ກອງກຳລັງປະກອບອາວຸດຈີນ ແລະລາວ ໄດ້ຈັດຕັ້ງປະຕິບັດການຊ້ອມຮົບຮ່ວມ ” ຂະບວນລົດໄຟສັນຕິພາບ 2022 ” ແລະການຊ້ອມຮົບຊ່ວຍເຫຼືອດ້ານມະນຸດສະທຳ ແລະການບໍລິການດ້ານການແພດຢູ່ນະຄອນຫຼວງວຽງຈັນ ສປປ ລາວ. ການຊ້ອມຮົບຮ່ວມຄັ້ງນີ້ເປັນຄັ້ງທຳອິດທີ່ຂະບວນລົດໄຟສັນຕິພາບຂອງກອງທັບປົດປ່ອຍປະຊົນຈີນ ປະຕິບັດງານຢູ່ຕ່າງປະເທດ, ເປັນການສືບຕໍ່ ແລະ ລົງເລິກການເຄື່ອນໄຫວຂອງຂະບວນລົດ “ລົດໄຟສັນຕິພາບ” ແຕ່ປີ 2017-2019. ການເຄື່ອນໄຫວຮ່ວມ, ການຕອບໂຕ້ສຸກເສີນ ແລະ ຄວາມສາມາດໃນການຮ່ວມມືໄດ້ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງກອງທັບສອງປະເທດລາວ-ຈີນ.

ຈີນຈະສືບຕໍ່ເພີ່ມທະວີການຮ່ວມມືກັບກອງທັບລາວໃນການຮັກສາຄວາມປອດໄພ ແລະສະຖຽນລະພາບຕາມຊາຍແດນ, ເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມຈີນ-ລາວໃນອະນາຄົດ, ຊຸກຍູ້ການກໍ່ສ້າງວິທະຍາໄລການທະຫານ, ແລະການຊ້ອມຮົບຮ່ວມ ແລະການຝຶກອົບຮົມບຸກຄະລາກອນ, ແລະຮ່ວມກັນປະກອບສ່ວນເຂົ້າໃນການຮ່ວມມືຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.

ໃນໂອກາດນີ້, ທ່ານ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກຂອງກົມໃຫຍ່ພາລາທິການກອງທັບ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືສອງກອງທັບລາວ-ຈີນວ່າ:​ ໄລຍະຜ່ານມາການຮ່ວມມືຊ່ວຍເຫຼືອສອງກອງທັບລາວ-ຈີນ ໄດ້ມີຫຼາຍຢ່າງທີ່ພົ້ນເດັ່ນ ເປັນຕົ້ນການກໍ່ສ້າງບຸກຄະລາກອນທາງດ້ານການທະຫານ,​ ບຸກຄະລາກອນການແພດ ແລະເຕັກນິກວິຊາການຕ່າງໆ ການກໍ່ສ້າງຕຶກອາຄານ, ໂຮງຮຽນ,​ ໂຮງໝໍ, ຕຶກປິ່ນປົວ ແລະ ອື່ນໆ. ສອງກອງທັບລາວ-ຈີນ ແມ່ນໄດ້ມີຜົນສໍາເລັດໃນການຝຶກຊ້ອມກອບກູ້ໄພພິບັດ ທີ່ໄດ້ນໍາໃຊ້ລົດໄຟຕົວຈິງກອບກູ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບາດທາງທໍາມະຊາດ ແລະເປັນປະຫວັດສາດທີ່ໄດ້ນໍາໃຊ້ລົດໄຟເປັນໂຮງຫມໍພາກສະຫນາມ. ມາຮອດປະຈຸບັນ,​ ການຮ່ວມມືສອງກອງທັບນັບມື້ນັບເພີ່ມທະວີ ຄວາມສາມັກຄີນັບມື້ເຂົ້າສູ່ລວງເລິກ ແລະ ຮອບດ້ານ.

LEAVE A REPLY

Please enter your comment!
Please enter your name here