Friday, September 20, 2024
HomeທຸລະກິດJingdong ບໍລິສັດຈໍາໜ່າຍສິນຄ້າອອນລາຍທີ່ໃຫຍ່ອັນດັບຕົ້ນໆ ໃນປະເທດຈີນ

Jingdong ບໍລິສັດຈໍາໜ່າຍສິນຄ້າອອນລາຍທີ່ໃຫຍ່ອັນດັບຕົ້ນໆ ໃນປະເທດຈີນ

ການຈໍາໜ່າຍສິນຄ້າອອນລາຍ ແມ່ນນັບມື້ເປັນທີ່ນິຍົມຢ່າງກວ້າງຂວາງໃນຫລາຍປະເທດທົ່ວໂລກ ຍ້ອນການສັ່ງຊື້ ແລະ ຂົນສົ່ງທີ່ສະດວກສະບາຍ, ໃນນີ້ ເວົ້າສະເພາະຢູ່ປະເທດຈີນ ທີ່ມີພົນລະເມືອງຫລາຍເປັນອັນດັບ 1 ຂອງໂລກໃນປັດຈຸບຫນນີ້ ໄດ້ມີການຊື້ຂາຍສິນຄ້າຜ່ານອອນລາຍມາແຕ່ດົນແລ້ວ ແລະ ເມື່່ອເວົ້າເຖີງບໍລິສັດທີ່ຈໍາໜ່າຍສິນຄ້າທາງອອນລາຍຢູ່ຈີນ ເມື່ອກ່ອນຫລາຍຄົນອາດຮັບຮູ້ແຕ່ Alibaba ທີ່ເປັນບໍລິສັດຂາຍສິນຄ້າອອນລາຍອັນດັບ 1 ຂອງຈີນມາຕະຫລອດ, ແຕ່ມາຮອດປັດຈຸບັນ ໄດ້ເກີດມີບໍລິສັດທີ່ຈໍາໜ່າຍສິນຄ້າທາງອອນລາຍຫລາຍແຫ່ງເກີດ ຂຶ້ນຢ່າງຫລວງຫລາຍໃນປະເທດຈີນ.

ໜຶ່ງໃນບັນດາບໍລິສັດຂາຍສິນຄ້າອອນລາຍດັ່ງກ່າວ ທີ່ກໍາລັງມາແຮງ, ໄດ້ຮັບຄວາມນິຍົມສູງ ແລະ ຖືເປັນຄູ່ແຂ່ງສໍາຄັນຂອງ Alibaba ໃນປັດຈຸບັນນີ້ແມ່ນ JD.com ຫລື ທີ່ຮູ້ຈັກກັນໃນຊື່ Jingdong ເພາະມີຄວາມໂດດເດັ່ນໃນດ້ານທຸລະກິດອອນລາຍທີ່ນໍາໃຊ້ເຕັກໂລໂລຊີທັນສະໄໝເຂົ້າໃນການຂົນສົ່ງສິນຄ້າ ເຮັດໃຫ້ສາມາດຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າໄດ້ຢ່າງວ່ອງໄວທັນໃຈ.

JD.com ສ້າງຕັ້ງຂຶ້ນໃນປີ 1998 ໂດຍ ທ່ານ ຣີຊາດ ຫລີວ (Richard Liu). ເບື້ອງຕົ້ນເປັນພຽງຮ້ານຂາຍອຸປະ ກອນອີເລັກໂຕຣນິກໃນນະຄອນຫລວງປັກກິ່ງທີ່ມີຊື່ວ່າ: JingDong Century, ມາຮອດປີ 2004 ເນື່ອງຈາກຈີນປະສົບກັບການລະບາດຂອງພະຍາດ ຊາຣ໌ (SARS) ເຮັດໃຫ້ ຣີຊາດ ຫລີວ ຕັດສິນໃຈນໍາໃຊ້ວິກິດໃຫ້ເປັນໂອກາດ ດ້ວຍການເປີດຂາຍສິນຄ້າທາງອອນລາຍ ຫລື Ecommerce ເພື່ອສົ່ງສິນຄ້າຕ່າງໆ ຮອດເຮືອນລູກຄ້າ ເພາະເວລານັ້ນປະຊາຊົນບໍ່ກ້າອອກເຮືອນຍ້ອນມີຄວາມສ່ຽງຕິດເຊື້ອພະຍາດດັ່ງກ່າວທີ່ເກີດຂຶ້ນ.

ເນື່ອງຈາກຕ້ອງພົບກັບຄູ່ແຂ່ງດ້ານທຸລະກິດອອນລາຍທີ່ເກີດຂຶ້ນກ່ອນແລ້ວ JD.com ໄດ້ສ້າງຄວາມແຕກຕ່າງດ້ວຍການບໍລິການລູກຄ້າ ໂດຍເນັ້ນໃສ່ ການຮັບປະກັນສິນ ຄ້າຂອງແທ້, ພະນັກງານສົ່ງສິນຄ້າທີ່ໄດ້ຄຸນນະພາບ, ນໍາໃຊ້ພາຫະນະຈັດສົ່ງສິນຄ້າທີ່ທັນສະໄໝ, “ການບໍລິການຂາຍຍ່ອຍ” ກົນລະຍຸດເພີ່ມປະສິດທິພາບກັບເພື່ອນຮ່ວມງານ ແລະ ອື່ນໆ.

JD.com ໃຫ້ຄວາມສໍາຄັນໃນການຂົນສົ່ງສິນຄ້າໃຫ້ເຖີງມືຜູ້ບໍລິໂພກວ່ອງໄວ ແລະ ໄວ້ໃຈໄດ້ ດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊີ່ງໃນໄລຍະ 5 ປີ ຜ່ານມາບໍລິສັດນໍາໃຊ້ງົບປະມານ 80 ຕື້ຢວນເພື່ອການວິໄຈ ແລະ ພັດທະນາເຕັກໂນໂລຊີໃໝ່ມານໍາໃຊ້ໃນບໍລິສັດ, ລວມທັງການຂົນສົ່ງສິນຄ້າຜ່ານໂດຣນ ແລະ ອື່ນໆ. ນອກຈາກເຊື່ອມຕໍ່ກັບບັນດາຊຸບເປີມາເກັດ, ຮ້ານຄ້າ ແລະ ຮ້ານຕ່າງໆ ຫລາຍລ້ານແຫ່ງໃນປະເທດຈີນ, JD.com ຍັງໄດ້ເປີດ ດໍາເນີນທຸລະກິດຢູ່ຕະຫລາດໃນຫລາຍປະເທດທົ່ວໂລກ ເປັນຕົ້ນ: ຣັດເຊຍ, ຍິ່ປຸ່ນ, ສະຫະລັດອາເມລິກາ, ອັງກິດ ແລະ ອື່ນໆ, ເຊີ່ງລວມມີປະເທດໃນອາຊຽນ ຄື: ອິນໂດເນເຊຍ ແລະ ໄທ ຢູ່ດ້ວຍ.

ໃນນີ້ ເວົ້າສະເພາະ JD.com ທີ່ເຂົ້າມາໄທ ແມ່ນການຮ່ວມມືກັບກຸ່ມເຊັນທຣັລ ເພື່ອສ້າງ JD.Central ເພື່ອຫວັງຂະຫຍາຍທຸລະກິດໃນໄທໃນຖານະເປັນຈຸດຄ້າຂາຍອອນລາຍສໍາຄັນໃນອາຊຽນ.

ສໍາລັບຢູ່ປະເທດລາວ ເຖີງວ່າ JD.com ຫລື Jingdong ບໍ່ໄດ້ເຂົ້າສາຂາໂດຍກົງ ແຕ່ໃນໄລຍະຜ່ານມາມີຄົນຈໍານວນໜຶ່ງ ໂດຍສະເພາະຜູ້ຂາຍສິນຄ້າອອນລາຍໄດ້ສັ່ງສິນຄ້າຕ່າງໆ ຈາກ JD.com ເພື່ອມາຈໍາໜ່າຍໃຫ້ລູກຄ້າໃນລາວແຕ່ຍັງບໍ່ທັນກວ້າງຂວາງ ແລະ ພົ້ນເດັ່ນ ເຊີ່ງການສັ່ງສິນຄ້າດັ່ງກ່າວສ່ວນໜຶ່ງອາດເປັນການສັ່ງຕໍ່ JD.Central ທີ່ໄດ້ມາຮ່ວມລົງທຶນຢູ່ໄທ ເພາະມີຄວາມສະດວກສະບາຍກວ່າການສັ່ງສິນຄ້າຈາກ JD.com ໂດຍກົງທີ່ນະຄອນຫລວງປັກກິ່ງຂອງຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments