Friday, September 20, 2024
Homeຂ່າວການເມືອງກອງທັບລາວ-ຈີນ ສໍາເລັດຝຶກຊ້ອມການຊ່ວຍເຫລືອມະນຸດສະທໍາ

ກອງທັບລາວ-ຈີນ ສໍາເລັດຝຶກຊ້ອມການຊ່ວຍເຫລືອມະນຸດສະທໍາ

ໃນວັນທີ 28 ກໍລະກົດ 2022 ນີ້, ບັ້ນຫັດແອບ, ຝຶກຊ້ອມຊ່ວຍເຫລືອມະນຸດສະທຳ ແລະ ກິດຈະກໍາ ບໍລິການທາງການແພດ (ຂະບວນລົດໄຟສັນຕິພາບ 2022) ລະຫວ່າງກອງທັບປະ ຊາຊົນລາວ ກັບ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ, ພາຍ ຫລັງດໍາເນີນ ມາແຕ່ວັນທີ 19 ກໍລະກົດ 2022. ໃຫ້ກຽດເຂົ້າຮ່ວມ ພິທີປິດບັ້ນຝຶກແອບດັ່ງກ່າວ, ມີ ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພັນເອກພິເສດ ເສິນ ຊຸນມິງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິການ ຂອງຄະນະກໍາມະການທະຫານສູນກາງແຫ່ງ ສປ ຈີນ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ກອງທັບປົດປ່ອຍປະຊາຊົນຈີນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ພະນັກງານແພດ-ໝໍເຫລົ່າຮົບເສນາຮັກ ຂອງກອງທັບລາວ-ຈີນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ລາຍງານໃຫ້ຮູ້ວ່າ: ຕະຫລອດໄລຍະການຫັດແອບ, ຝຶກຊ້ອມໃນ 10 ວັນທີ່ຜ່ານມາ ຜູ້ເຂົ້າຮ່ວມຝຶກຊ້ອມ ໄດ້ແລກປ່ຽນບົດຮຽນ, ປະສົບການໃນການກອບກູ້ ແລະ ຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ, ຊອກຄົ້ນ-ກອບກູ້ຜູ້ປະສົບໄພຢູ່ເຂດທີ່ເກີດໄພພິບັດຈຳ ນວນ 30 ກໍລະນີ, ກວດກາ ແລະ ຄັດແຍກລະດັບຄວາມຮ້າຍແຮງ ຂອງຜູ້ທີ່ຖືກບາດເຈັບ, ກອບກູ້ ແລະ ຊ່ວຍເຫລືອຄົນເຈັບ ທີ່ມີບັນຫາກ່ຽວກັບລະບົບຫາຍໃຈ ກໍລະນີທີ່ມີການສົງໃສຕິດເຊື້ອພະຍາດໂຄວິດ-19, ຝຶກແອບວີທີແກ້ໄຂ, ປິ່ນປົວ, ການເຄື່ອນຍ້າຍ ແລະ ມອບຮັບຜູ້ຖືກບາດເຈັບຈາກລົດແພດສະໜາມ ນຳສົ່ງຕໍ່ໄປທີ່ລົດໄຟ(ໂດຍນໍາໃຊ້ລົດໄຟຕົວຈິງເຂົ້າໃນການຝຶກຊ້ອມ), ຮຽນຮູ້ເຕັກນິກການເຊີດຊູ ແລະ ປິ່ນປົວຄົນເຈັບ ເວລາເຄື່ອນຍ້າຍຢູ່ເທິງລົດໄຟ, ແລກປ່ຽນຄວາມຮູ້ດ້ານວິຊາການ ເປັນຕົ້ນ, ການຄຸ້ມຄອງອາການເຈັບບາດແຜຈາກການສູ້ຮົບ, ການປ້ອງກັນ ແລະ ປິ່ນປົວບາດແຜ ຈາກການຝຶກແອບການທະຫານຢູ່ສະໜາມຮົບ, ການນຳໃຊ້ຊ່ອງທາງເຂົ້າໃນການຜ່າຕັດ ລະບົບປະ ສາດ, ການປິ່ນປົວພະຍາດໂຄວິດ-19 ທີ່ມີອາການໜັກ ແລະ ອັນຕະລາຍ, ການສ້າງຕຶກປິ່ນປົວພະ ຍາດຕິດແປດ ແລະ ການນຳໃຊ້ເຄື່ອງຊ່ວຍເຫລືອຕົນເອງ, ການຊ່ວຍເຫລືອ ແລະ ຮ່ວມມືກໍລະນີເກີດເຫດສຸກເສີນດ້ານສາທາລະນະສຸກ, ການບໍລິການດ້ານການພະຍາບານແພດທີ່ດີເດັ່ນຂອງ ສປ ຈີນ.

ໂອກາດດຽວກັນ, ທ່ານ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມ ການຫັດແອບ, ຝຶກຊ້ອມ ໄດ້ມີຄໍາເຫັນວ່າ: ການຫັດແອບ, ຝຶກຊ້ອມ ຮ່ວມຂອງສອງກອງທັບ ລາວ-ຈີນ ເວົ້າລວມເວົ້າສະເພາະ ແມ່ນສອງເຫລົ່າຮົບເສນາຮັກ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສິ້ນສຸດລົງຢ່າງມີຜົນສໍາເລັດຕາມຈຸດປະສົງ-ຄາດໝາຍທີ່ວາງໄວ້ ເຖິງວ່າການຝຶກຊ້ອມຄັ້ງນີ້ ຈະເປັນຄັ້ງທຳອິດທີ່ນຳເອົາລົດໄຟການແພດຕົວຈິງມາຝຶກ, ໄລ ຍະເວລາໃນການກະກຽມ-ຝຶກຊ້ອມສັ້ນ, ສະພາບອາກາດຮ້ອນ ແລະ ຝົນຕົກ ແຕ່ຄະນະຮັບຜິດຊອບຊີ້ນຳ, ອະນຸກຳມະການ ແລະ ນັກຝຶກແອບທຸກຄົນຂອງສອງກອງທັບລາວ ແລະ ຈີນ ກໍໄດ້ເອົາໃຈໃສ່ສຸມໝົດສະຕິ ກຳລັງເຫື່ອແຮງຂອງຕົນຜ່ານຜ່າ ໂດຍນຳໃຊ້ເຕັກນິກການຫັດແອບໄດ້ຖືກຕ້ອງຕາມຫລັກການສາກົນ ພ້ອມທັງມີຄວາມປອດໄພ 100%. ໄພທຳມະຊາດແມ່ນເປັນບັນຫາໃຫຍ່ ທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ຊັບສິນຕະຫລອດຮອດການພັດທະນາປະເທດຊາດ ເພາະເວລາເກີດໄພພິບັດບັນດາພື້ນຖານໂຄ່ງລ່າງຈະຖືກທຳລາຍ, ຈະມີຜູ້ໄດ້ຮັບບາດເຈັບ ພ້ອມທັງເກີດພະຍາດລະບາດຕ່າງໆຕາມມາ ໂດຍສະເພາະແມ່ນພາຍຸລົມຝົນ, ນໍ້າຖ້ວມ, ດິນເຈື່ອນ ເຊິ່ງປະເທດເຮົາກໍພົບບັນຫານີ້ເລື້ອຍໆ; ສະນັ້ນ ການກະກຽມຄວາມພ້ອມຮອບດ້ານເພື່ອກອບກູ້ ແລະ ຊ່ວຍເຫລືອຜູ້ປະສົບໄພ ແມ່ນໜ້າທີ່ຕົ້ນຕໍຂອງກອງທັບ ແລະ ການຊ່ວຍເຫລືອທາງດ້ານການແພດ ກໍເປັນວຽກງານໜຶ່ງທີ່ສໍາຄັນໃນເຫດການດັ່ງກ່າວ.

ການຮ່ວມມືກັນລະຫວ່າງສອງກອງທັບ, ສອງກົມເສນາຮັກ ລາວ ແລະ ຈີນ ໃນການຝຶກຊ້ອມຄັ້ງນີ້ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ນັກວິຊາການ-ແພດໝໍ, ເປັນການແລກປ່ຽນບົດຮຽນ-ປະສົບການໃນການປິ່ນປົວ ແລະ ເປັນຂີດໝາຍອັນສຳຄັນຮັດແໜ້ນຄວາມສາມັກຄີ ມິດຕະພາບ, ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນທຸກສະພາບການຂອງສອງກອງທັບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດຽວກັນນີ້, ຍັງໄດ້ມອບຫລຽນກາມິດຕະພາບໃຫ້ແກ່ຄະນະຊີ້ນຳ ແລະ ນັກຝຶກຊ້ອມຂອງຝ່າຍຈີນ 149 ທ່ານ, ພ້ອມທັງມອບຮັບໃບຍ້ອງຍໍຂອງ ກະຊວງປ້ອງກັນປະເທດ, ໃບຍ້ອງຍໍຂອງກົມໃຫຍ່ການເມືອງກອງທັບໃຫ້ຄະນະຊີ້ນໍາ ແລະ ນັກຝຶກຊ້ອມຂອງຝ່າຍລາວ 274 ທ່ານ ເຊິ່ງໃຫ້ກຽດມອບ ໂດຍທ່ານ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ.

ຂໍ້ມູນ-ພາບ: ອານຸສອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments