ຕາມການໃຫ້ສຳພາດຈາກ ທ່ານ ສົມໄຊ ລຸນທະປັນຍາ ປະທານບໍລິສັດສົມໄຊຈະເລີນ ສົ່ງເສີມການກະເສດ ໃຫ້ຮູ້ວ່າ: ບໍລິສັດ ສົມໄຊຈະເລີນ ສົ່ງເສີມການກະເສດ ໄດ້ສົ່ງເສີມການປູກກາເຟແບບໃໝ່ ທີ່ໃຫ້ສະມັດຕະພາບສູງປະມານ 10-20 ໂຕນຕໍ່ເຮັກຕາເຊັ່ນ: ສົ່ງເສີມດ້ານແນວພັນ, ທຶນ, ອຸປະກອນຮັບໃຊ້ ແລະ ເຕັກນິກວິຊາການປູກ ແລະ ການຜະລິດທີ່ມີປະສິດທິພາບສູງ.

ໃນປີ 2021 ຜ່ານມາ, ມີຊາວສວນເຂົ້າເປັນສະມາຊິກແລ້ວ 200 ກວ່າເຮັກຕາ ນອນໃນ 10 ບ້ານ 2 ເມືອງ ຄື: ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເມືອງເລົ່າງາມ ແຂວງສາລະວັນ, ສຳລັບປີ 2022 ມີແຜນການຈະຂະຫຍາຍສະມາຊິກຕື່ມຢູ່ເມືອງທ່າແຕງ ແຂວງເຊກອງ ໃຫ້ໄດ້ 500-600 ເຮັກຕາ ຈໍານວນຊາວສວນເຂົ້າຮ່ວມຈະໃຫ້ໄດ້ 400-500 ຄອບຄົວ.

ການສົ່ງເສີມປູກກາເຟສະມັດຕະພາບສູງ ຂອງບໍບິສັດ ສົມໄຊຈະເລີນ ການກະເສດ ແມ່ນຮູບແບບ 2+3 ແລະ ພາຍໃຕ້ເງື່ອນໄຂເຊັ່ນ: ຊາວສວນມີເນື້ອທີ່ຢ່າງໜ້ອຍຄອບຄົວລະ 1 ເຮັກຕາຂຶ້ນເມືອ, 1 ເຮັກຕາມີຕົ້ນກາເຟຢ່າງໜ້ອຍ 3.000 ຕົ້ນ, ດ້ານເຕັກນິກ ແມ່ນບໍລິສັດຈະລົງມາແນະນໍາ ແລະ ຖ່າຍທອດບົດຮຽນໃຫ້ໂດຍບໍ່ເສຍຄ່າ, ຈາກນີ້ກໍເກັບຊື້ຜົນຜະລິດຈາກຊາວສວນທີ່ເປັນສະມາຊິກ ໃນລາຄາສູງກວ່າທ້ອງຕະຫລາດ. ໃນປີ 2021 ຜ່ານມາລາຄາທ້ອງຕະຫລາດເກັບຊື້ໝາກແດງ 8.000 ກີບຕໍ່ກິໂລ ແຕ່ບໍລິສັດເກັບຊື້ 8.200 ກີບຕໍ່ກິໂລ.

ຜ່ານການຈັດຕັ້ງປະຕິບັດ ຖືວ່າການເຂົ້າເປັນສະມາຊິກ ແລະ ປະຕິບັດຕາມເງື່ອນ ໄຂທີ່ບໍລິສັດມາສົ່ງເສີມໃຫ້ແລ້ວ ແມ່ນມີຜົນປະໂຫຍດດີ, ຫລາຍຄອບຄົວມີຖານະດີຂຶ້ນ ຄື: ມີເນື້ອທີ່ສວນພຽງ 1 ເຮັກຕາ ກໍຈະມີລາຍຮັບຈາກການຂາຍກາເຟເຖິງ 100-200 ລ້ານກີບຕໍ່ປີ.

ຂ່າວ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here