ຕອນຄ່ຳວັນທີ 28 ກໍລະກົດ 2022, ຕາມເວລາໃນປັກ ກິ່ງຂອງຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບ ປະໂອ້ລົມກັບ ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ຜ່ານທາງໂທລະສັບຕາມການນັດໝາຍ. ສອງຝ່າຍ ໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບສາຍພົວພັນ ຈີນ-ສະຫະລັດອາເມຣິກາ ແລະ ບັນຫາຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຢ່າງກົງໄປກົງມາ

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ທ່າອ່ຽງຂອງການຜັນແປຢ່າງສັບສົນ ແລະ ການປ່ຽນແປງຂອງໂລກນັບມື້ເພີ່ມຂຶ້ນ, ການພັດທະນາ ແລະ ຄວາມໝັ້ນຄົງ ໄດ້ພົບກັບຄວາມຫຍຸ້ງຍາກຢ່າງຢ່າງຕໍ່ເນື່ອງ. ຕໍ່ສະພາບການຂອງໂລກທີ່ເກີດຂຶ້ນ, ປະຊາຄົມໂລກ ແລະ ປະຊາຊົນບັນດາປະເທດ ລ້ວນແຕ່ຄາດຫວັງວ່າ ຈີນ ແລະ ສະຫະລັດອາເມຣິກາຈະນໍາໜ້າເສີມຂະຫຍາຍບົດບາດນຳພາ, ປົກປັກຮັກສາສັນຕິ ພາບ ແລະ ຄວາມໝັ້ນຄົງຂອງໂລກ, ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງທົ່ວໂລກ.

ທ່ານ ສີຈິ້ນຜິງ ຍັງໄດ້ຍົກໃຫ້ເຫັນຫຼັກໝັ້ນຂອງຝ່າຍຈີນໃນບັນຫາໄຕ້ຫວັນ ວ່າ: ພວກຂ້າພະເຈົ້າເດັດດ່ຽວຄັດຄ້ານການແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ ແລະ ການແຊກແຊງຂອງອິດທິກຳລັງພາຍນອກ, ເດັດດ່ຽວຈະບໍ່ໃຫ້ມີຊ່ອງວ່າງໃດໆ ໃຫ້ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອ ກະລາດໃນທຸກຮູບແບບ. ລັດຖະບານ ແລະ ປະຊາຊົນຈີນ ມີຫຼັກໝັ້ນໃນບັນຫາໄຕ້ຫວັນຢ່າງສະເໝີຕົ້ນສະເໝີປາຍ, ການທີ່ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງເດັດດ່ຽວນັ້ນ ແມ່ນຄວາມເຫັນອັນເດັດດ່ຽວຂອງປະຊາຊົນຈີນ 1,4 ຕື້ຄົນ. ຄວາມເຫັນຂອງປະຊາຊົນຈະລະເມີດບໍ່ໄດ້, ຜູ້ທີ່ຫຼິ້ນໄຟແມ່ນຈະໄໝ້ຕົນເອງ. ພ້ອມນີ້ ທ່ານຫວັງວ່າ ສະຫະລັດອາເມຣິກາຈະເຫັນແຈ້ງຕໍ່ຂໍ້ນີ້ ເຊີ່ງສະຫະລັດອາເມຣິກາຄວນມີກິລິຍາວາຈາທີ່ເປັນເອກະ ພາບກັນໃນການປະຕິບັດຕາມຫຼັກການປະເທດຈີນດຽວ ພ້ອມດ້ວຍຖະແຫຼງ ການຮ່ວມຈີນ-ສະຫະລັດອາເມຣິກາ 3 ສະບັບ.

ສ່ວນ ທ່ານ ໂຈ ໄບເດັນ ກ່າວວ່າ: ການຮ່ວມມືລະຫວ່າງສະຫະລັດອາເມຣິກາ ແລະ ຈີນ ບໍ່ພຽງແຕ່ມີຜົນດີຕໍ່ປະຊາ ຊົນສອງຊາດ ເທົ່ານັ້ນ ແຕ່ຍັງມີຜົນດີຕໍ່ປະຊາຊົນປະເທດຕ່າງໆ ຕື່ມອີກ, ພ້ອມນີ້ ທ່ານໄດ້ກ່າວຢ້ຳຄືນວ່າ: ນະໂຍບາຍປະເທດຈີນດຽວຂອງສະຫະລັດອາເມຣິກາບໍ່ໄດ້ປ່ຽນແປງ ແລະຈະບໍ່ມີການປ່ຽນແປງ, ສະຫະລັດອາເມຣິກາບໍ່ສະໜັບສະໜູນໃຫ້ໄຕ້ຫວັນເປັນເອກະລາດ.

ນອກຈາກນີ້, ປະມຸກລັດທັງສອງປະເທດ ຈີນ ແລະ ສະຫະລັດອາເມຣິກາ ຍັງໄດ້ແລກປ່ຽນຄວາມເຫັນກ່ຽວ ກັບວິກິດການອູແກຣນ ແລະ ບັນຫາອື່ນໆ, ເຊີ່ງ ທ່ານ ສີຈິ້ນຜິງ ໄດ້ກ່າວຢໍ້າຄືນຫຼັກໝັ້ນຂອງຝ່າຍຈີນກ່ຽວກັບເລື່ອງນີ້.

LEAVE A REPLY

Please enter your comment!
Please enter your name here