ວິທະຍຸກະຈ່າຍສຽງຫວຽດນາມລາຍງານວ່າ: ວັນທີ 27 ກໍລະກົດ ຜ່ານມາ, ຢູ່ນະຄອນ ຮະລອງ, ແຂວງກວາງນິງ ຫວຽດນາມ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດເສດຖະກິດ ອາຊີ – ປາຊີຟິກ (ABAC), ດ້ວຍການເຂົ້າຮ່ວມຂອງຜູ້ແທນ 150 ທ່ານ ຕາງໜ້າໃຫ້ 17 ພື້ນຖານເສດຖະກິດ ອາຊີ – ປາຊີຟິກ (APEC).

ຂ່າວລະບຸວ່າ: ກ່າວຄຳເຫັນໃນກອງປະຊຸມ, ທ່ານ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຕໍ່ພື້ນຖານເສດຖະກິດ APEC ແລະ ທ່ານປາດຖະໜາວ່າ ກອງປະຊຸມຄັ້ງນີ້ ຈະຊຸກຍູ້ການຮ່ວມມືໃນກຸ່ມວິສາຫະກິດ ເອກະຊົນ APEC, ຟື້ນຟູການຜະລິດດຳເນີນທຸລະກິດ, ຊຸກຍູ້ການຄ້າ, ການລົງທຶນ ແລະ ເຊື່ອມຕໍ່ບັນດາລະບົບສະໜອງຄືນໃໝ່, ມຸ່ງໄປເຖິງການພັດທະນາປະດິດຄິດສ້າງ, ຍືນຍົງ ແລະ ກວມລວມໃນພາກພື້ນ. ທ່ານຍັງໃຫ້ຮູ້ວ່າ: ທັດສະນະຂອງລັດຖະບານ ຫວຽດນາມ ແມ່ນຍາມໃດກໍ່ສະໜັບສະໜູນ ແລະ ຊຸກຍູ້ຜັນຂະຫຍາຍແຜນການກ່ຽວກັບວິໄສທັດ APEC 2040 ແລະ ເສີມຂະຫຍາຍຖະແຫຼງການຮ່ວມ APEC 2017 (ຫວຽດນາມ) ກ່ຽວກັບການສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ ດ້ວຍການປະຕິບັດບັນດາການເຄື່ອນໄຫວຮ່ວມມືຢ່າງແຂງແຮງ ແລະ ມີປະສິດທິຜົນກ່ຽວກັບການຮັບມືກັບພະຍາດໂຄວິດ – 19, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຫັນເປັນດີຈີຕອນປະດິດຄິດສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາແບບກວມລວມ. ຫວັງວ່າກອງປະຊຸມຄັ້ງນີ້, ABAC ຈະຍົກອອກຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມ ແລະ ວິທີການແກ້ໄຂໃໝ່, ຢ່າງມີປະສິດທິຜົນ.

LEAVE A REPLY

Please enter your comment!
Please enter your name here