ຂ່າວສານຊີອາໄອລາຍງານ ເມື່ອວັນທີ 26 ກໍລະກົດທີ່ຜ່ານມານີ້, ປະເທດສະມາຊິກສະຫະພາບເອີຣົບໄດ້ກ້າວເຖິງຂັ້ນຕົກລົງເຊັນສັນຍາການເມືອງສະບັບໜຶ່ງ ໂດຍໃຊ້ມາດຕະການສະໝັກໃຈທີ່ຫຼຸດຜ່ອນຄວາມຕ້ອງການອາຍແກັສທຳມະຊາດໃຫ້ໜ້ອຍລົງ 15% ໃນລະດູໜາວປີນີ້ ເພື່ອຍົກສູງຄວາມໝັ້ນຄົງໃນດ້ານການສະໜອງພະລັງງານຂອງສະຫະພາບເອີຣົບ.

ອີງຕາມສັນຍາສະບັບນີ້, ສະຫະພາບເອີຣົບເຫັນດີວ່າ: ໄລຍະແຕ່ວັນທີ 1 ສິງຫາປີ 2022 ຮອດວັນທີ 31 ມີນາປີ 2023 ອີງຕາມມາດຕະການທີ່ເລືອກເອົາເອງ, ສາມາດຫຼຸດຜ່ອນຄວາມຕ້ອງການອາຍແກັສທຳມະຊາດໃຫ້ໜ້ອຍລົງ 15% ບົນພື້ນຖານການບໍລິໂພກສະເລ່ຍໃນເວລາ 5 ປີທີ່ຜ່ານມານີ້. ຖ້າວ່າເກີດກໍລະນີຂາດຈຳນວນການສະໜອງອາຍແກັສທຳມະຊາດແລ້ວ ສະຫະພາບເອີຣົບຈະໃຊ້ມາດຕະການບັງຄັບ ເພື່ອຫຼຸດຜ່ອນຄວາມຮຽກຮ້ອງຕ້ອງການອາຍແກັສທຳມະຊາດ.

LEAVE A REPLY

Please enter your comment!
Please enter your name here