ໃນວັນທີ 22 ກໍລະກົດ 2022, ຢູ່ທີ່ ທຳ ນຽບ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ຝຣັ່ງ, ນະຄອນຫລວງປາຣີ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງ ຕໍ່ພະນະທ່ານ ແອມມານູຍແອນ ມາຄຣົງ (H.E. Emmanuel MACRON), ປະທານາທິບໍດີ ແຫ່ງ ປະເທດ ສາທາລະ ນະລັດ ຝຣັ່ງ ເພື່ອເປັນເອກອັກຄະຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ປະເທດ ສາທາລະນະລັດ ຝຣັ່ງ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານທູດລາວ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອ ສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປລາວ ຝາກເຖິງ ພະນະທ່ານ ປະທານປະເທດ ແຫ່ງ ສາ ທາລະນະລັດຝຣັ່ງ ແລະ ພ້ອມທັງ ຜ່ານທ່ານໄປຍັງ ລັດຖະບານ ແລະປະຊາຊົນຝຣັ່ງ ທຸກທົ່ວໜ້າ.

ທ່ານ ທູດລາວ ໄດ້ສະແດງຄວາມດີໃຈທີ່ໄດ້ຖືກແຕ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳປະເທດ ສາທາ ລະນະລັດ ຝຣັ່ງ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ, ຕົນຈະເຮັດສຸດຄວາມສາມາດໃນການເພີ້ມ ທະວີ ການສົ່ງເສີມ ສຳພັນໄມຕີ, ການຮ່ວມມືຂອງສອງປະເທດທີ່ດີມາແຕ່ດົນນານໃຫ້ດີຂຶ້ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານ ປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອທາງດ້ານການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການສືບຕໍ່ຮ່ວມມືຢ່າງດີໃນຕໍ່ໜ້າ. ຕອນທ້າຍ, ທ່ານ ເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດໃຫ້ພະນະທ່ານ ປະທານາທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນຝຣັ່ງທຸກທົ່ວໜ້າ.

ໃນໂອກາດດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມາຄຣົງ ໄດ້ສະແດງຄວາມຊົມເຊີຍ ທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 22 ຕຸລາ 1953; ສປປລາວ ມີສະຖານທູດຕັ້ງຢູ່ ນະຄອນຫລວງປາຣີ ແລະ ສາທາລະນະລັດ ຝຣັ່ງ ມີສະຖານທູດຕັ້ງຢູ່ ນະຄອນຫລວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here