ທັບນັກກິລາທີມຊາດຄົນພິການລາວ ທັງໝົດກ 79 ຊີວິດ ໄດ້ເດີນທາງຂ້າມນໍ້າຂ້າມທະເລ ຈາກນະຄອນຫຼວງວຽງຈັນ ມາເຖິງນະຄອນໂຊໂລ (SOLO) ປະເທດອິນໂດເນເຊຍ ດ້ວຍຄວາມສະຫວັດດີພາບເປັນທີ່ຮຽບຮ້ອຍແລ້ວ ຕັ້ງແຕ່ວັນທີ 25 ກໍລະກົດ ຜ່ານມາ ເພື່ອເຂົ້າຮ່ວມງານແຂ່ງຂັນກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາ ເກມ ຄັ້ງທີ 11… ຂະນະທີ່ຕອນແລງວັນທີ 26 ກໍລະກົດ 2022 ຫົວໜ້າຄະນະນັກກິລາລາວ ໄດ້ເຄື່ອນໄຫວຢ້ຽມຢາມຖາມຂ່າວຄາວ ເພື່ອໃຫ້ກຳລັງໃຈນັກກິລາຢ່າງໃກ້ຊິດ.

ຫຼັງຈາກໃຊ້ເວລາເດີນທາງແບບມາຣາທອນ 2 ມື້ກັບ 1 ຄືນ (ວຽງຈັນ-ບາງກອກ, ບາງກອກ-ຈາກາຕາ ແລະ ຈາກາຕາ-ໂຊໂລ), ທັບນັກກິລາຄົນພິການທີມຊາດລາວ ທັງໝົດກວ່າ 79 ຄົນ ຈາກ 6 ປະເພດກິລາ ກໍເຖິງນະຄອນໂຊໂລ ປະເທດອິນໂດເນເຊຍ ເປັນທີ່ຮຽບຮ້ອຍແລ້ວ ໃນຕອນແລງວັນທີ 25 ກໍລະກົດ 2022 ຊຶ່ງນັກກິລາທຸກຄົນຍັງມີສຸຂະພາບແຂງແຮງ ແລະ ຂວັນກຳລັງໃຈດີ ໂດຍທາງເຈົ້າພາບໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ເຂົ້າພັກທີ່ໂຮງ ແຮມ ເຊຍຣຽດ ໂຮເທວ ໂຊໂລ (SYARIAH Hotel SOLO) ກ່ອນທີ່ມື້ຕໍ່ມານັກກິລາແຕ່ລະປະເພດ ຈະແຍກຍ້າຍກັນໄປຕາມຈຸດຕ່າງໆທີ່ເຈົ້າພາບໄດ້ຈັດໄວ້ໃຫ້.

ຫຼ້າສຸດ ໃນຕອນແລງຂອງວັນທີ 26 ກໍລະກົດ 2022, ທ່ານ ຄຳພັດ ເພັດລາສີ ຫົວໜ້າຄະນະນັກກິລາລາວ ປະຈຳນະຄອນໂຊໂລ ພ້ອມດ້ວຍທີມງານກອງເລຂາ ໄດ້ເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະ ຕິດຕາມເບິ່ງການຝຶກຊ້ອມຂອງນັກກິລາລາວ ຊຶ່ງໃນແຕ່ລະຈຸດທີ່ທ່ານໄປ ທ່ານໄດ້ຢື້ຢາມຖາມຂ່າວ, ສຸຂະພາບ ແລະ ການເປັນຢູ່ຂອງນັກກິລາທຸກຄົນ ພ້ອມທັງໃຫ້ກຳລັງໃຈ ແລະ ປຸກລະດົມໃຫ້ນັກກິລາທຸກຄົນ ຈົ່ງເຊີດຊູນໍ້າໃຈຊາດໃຫ້ສູງ, ມີຄວາມຮັບຜິດຊອບ ແລະ ອົດທົນສູ້ຊົນຜ່ານມາພາລະກິດສຳຄັນ ທີ່ປະເທດຊາດມອບໝາຍໃຫ້ໃນຄັ້ງນີ້ ໃຫ້ລຸລ່ວງ ແລະ ປະສົບຜົນສຳເລັດໃຫ້ໄດ້ ເພື່ອນຳກຽດສັກສີ ແລະ ຄວາມເອກອ້າງທະນົງໃຈ ໄປໃຫ້ປະຊາຊົນລາວທັງປະເທດ ໄດ້ຊື່ນຊົມ.

ທັບນັກກິລາຄົນພິການລາວ ເດີນທາງມາຄັ້ງນີ້ ທັງໝົດ 79 ຄົນ ມີ 6 ປະເພດກິລາ ເຊັ່ນ: ແລ່ນ-ລານ, ຍົກນໍ້າໜັກ, ລອຍນໍ້າ, ບອດເຊຍ, ບານບ້ວງລໍ້ເລື່ອນ (ທີມຍິງ) ແລະ ໂກນບານ (ທີມຊາຍ-ຍິງ). ຊຶ່ງບານບ້ວງລໍ້ເລື່ອນ ມີໂປຣແກຣມແຂ່ງຂັນກ່ອນໝູ່ເປັນປະເພດທຳອິດ ໂດຍຈະແຂ່ງຂັນໃນວັນທີ 30 ກໍລະກົດ 2022. ສຳລັບປະເພດອື່ນ ແມ່ນຈະເລີ່ມແຂ່ງຂັນຫຼັງພິທີເປີດຢ່າງເປັນທາງການ ໃນວັນທີ 30 ກໍລະກົດ ເປັນຕົນໄປ.

ການແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 11 ຊຶ່ງຈະດຳເນີນການແຂ່ງຂັນ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ ເຖິງ 7 ສິງຫາ 2022 ໂດຍຄາດວ່າຈະມີນັກກິລາເກືອບ 2.000 ຄົນ ຈາກ 11 ປະເທດ ໃນອາຊີຕາເວັນອອກສຽງໃຕ້ ເຂົ້າຮ່ວມ ໂດຍຈະແຂ່ງຂັນໃນ 14 ປະເພດ.

ສ.ສຸກ ລາຍງານຈາກນະຄອນໂຊໂລ, ອິນໂດເນເຊຍ

LEAVE A REPLY

Please enter your comment!
Please enter your name here